ຈີນກ່າວວ່າ: ຄອບຄົວໃຫຍ່ຂອງປະຊາຄົມໂລກທີ່ຍຶດໝັ້ນຫຼັກການປະເທດຈີນດຽວຍັງຈະຂະຫຍາຍໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ

2024-01-27 15:46:34 cri

 

    ວັນທີ 26 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ.

    ທ່ານວ່າງເວີນປິ່ນກ່າວວ່າ: ຈີນ ແລະ ນາອູຣຸຟື້ນຟູສາຍພົວພັນທາງການທູດຄືນໃໝ່ໄດ້ສະແດງໃຫ້ທົ່ວໂລກເຫັນວ່າ: ການຍຶດໝັ້ນຫຼັກການປະເທດຈີນດຽວແມ່ນໄດ້ຮັບການສະໜັບສະໜູນຈາກປະຊາຊົນ ແລະ ເປັນທ່ວງທ່າພັດທະນາຂອງຍຸກສະໄໝ. ຄອບຄົວໃຫຍ່ຂອງປະຊາຄົມໂລກທີ່ຍຶດໝັ້ນຫຼັກການປະເທດຈີນດຽວຍັງຈະຂະຫຍາຍໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ, ເລື່ອງນີ້ຈະບໍ່ມີການປ່ຽນແປງໄປຕາມຈິດສຳນຶກຂອງບຸກຄົນ ແລະ ອິດທິກຳລັງທີ່ຫວັງຢາກແບ່ງແຍກໄຕ້ຫວັນເປັນເອກະລາດ, ກໍຈະບໍ່ມີການປ່ຽນແປງຍ້ອນຄຳເວົ້າຕາມລຳພັງຂອງເຈົ້າໜ້າທີ່ພັກກ້າວໜ້າປະຊາທິປະໄຕໄຕ້ຫວັນ.

    ພວກເຮົາຮຽກຮ້ອງໃຫ້ປະເທດສ່ວນໜ້ອຍທີ່ສຸດທີ່ຍັງຮັກສາອັນທີ່ເອີ້ນວ່າສາຍພົວພັນທາງການທູດກັບໄຕ້ຫວັນນັ້ນຈົ່ງໄປຕາມກະແສຂອງຍຸກສະໄໝ, ກັບຄືນສູ່ຄອບຄົວໃຫຍ່ຂອງປະຊາຄົມໂລກທີ່ຍຶດໝັ້ນຫຼັກການປະເທດຈີນດຽວໂດຍໄວ.