ຈີນຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຕາມ“ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ລົງສູ່ລວງເລິກແລະຕິດແທດຕົວຈິງຢ່າງບໍ່ຢຸດຢັ້ງ

2024-01-27 16:45:53 cri


   ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນຈັດຂຶ້ນຢູ່ປັກກິ່ງໃນວັນທີ26ມັງກອນນີ້,ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນກ່າວວ່າ: ກະຊວງການຄ້າຈະລົງເລິກການລົງທຶນແລະການຮ່ວມມືທາງການຄ້າ, ລົງເລິກການກໍ່ສ້າງໂຄງການຮ່ວມມື, ລົງເລິກການນຮ່ວມມືໃນຂົງເຂດໃໝ່ແລະອື່ນໆ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຕາມ“ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ລົງສູ່ລວງເລິກແລະຕິດແທດຕົວຈິງຢ່າງບໍ່ຢຸດຢັ້ງ.

   ໃນດ້ານລົງເລິກການລົງທຶນແລະການຮ່ວມມືທາງການຄ້າ,ກະຊວງການຄ້າຈະຕັ້ງໜ້າເປີດກວ້າງການນຳເຂົ້າຜະລິດຕະພັນທີ່ມີຄຸນນະພາບສູງຈາກປະເທດທີ່ຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”,ເພື່ອສະໜອງສິ່ງແວດລ້ອມແລະການບໍລິການທີ່ດີກວ່າເກົ່າໃຫ້ແກ່ການລົງທຶນຢູ່ຈີນຂອງປະເທດເຫຼົ່ານີ້.

   ໃນດ້ານລົງເລິກການກໍ່ສ້າງໂຄງການຮ່ວມມື, ຈະຈັດວາງແລະຊຸກຍູ້ໂຄງການແບບຢ່າງແລະໂຄງການດ້ານຊີວິດການເປັນຢູ່ຂອງປະຊາຊົນຂະໜາດນ້ອຍແລະດີງາມ. ພ້ອມກັນນັ້ນ,ຈະສຸມໃສ່ຂົງເຂດສາທາລະນະສຸກແລະການສຶກສາເປັນຕົ້ນ, ຊຸກຍູ້ໃຫ້ຈັດຕັ້ງປະຕິບັດໂຄງການທີ່ມີຜົນປະໂຫຍດຕໍ່ທ້ອງຖິ່ນແລະປະຊາຊົນຫຼາຍກວ່າເກົ່າ.

   ໃນດ້ານລົງເລິກການນຮ່ວມມືໃນຂົງເຂດໃໝ່,ກະຊວງການຄ້າຈະເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານການລົງທຶນໃນຂົງເຂດສີຂຽວກັບປະເທດຫຼາຍກວ່າເກົ່າ,ຍັງຈະເລັ່ງລັດສ້າງສາເຂດນຳໜ້າຮ່ວມມື“ການຄ້າເອເລັກໂຕຣນິກຕາມສາຍໄໝ”,ຈັດງານວາງສະແດງການຄ້າດີຈິຕອນທົ່ວໂລກຄັ້ງທີ3ໃຫ້ດີ.