ກຳໄລຂອງລັດວິສາຫະກິດທົ່ວປະເທດຈີນໃນປີ 2023ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ປີ 2022

2024-01-29 16:23:55 cri


    ປີ 2023, ຕົວຊີ້ວັດປະສິດທິຜົນຂອງລັດວິສາຫະກິດ ແລະ ວິສາຫະກິດທີ່ລັດຖະບານມີສິດຄວບຄຸມໃນທົ່ວປະເທດຈີນໄດ້ສືບຕໍ່ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ມີທ່ວງທ່າຟື້ນຟູດີຂຶ້ນ ແລະ ໜັກແໜ້ນຂຶ້ນຕື່ມ, ຍອດກຳໄລຂອງວິສາຫະກິດມີເຖິງ 4633,28 ຕື້ຢວນ, ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ປີ 2022.

    ກະຊວງການເງິນຈີນໄດ້ເຜີຍແຜ່ສະພາບການດຳເນີນທຸລະກິດຂອງລັດວິສາຫະກິດ ແລະ ວິສາຫະກິດທີ່ລັດຖະບານມີສິດຄວບຄຸມໃນທົ່ວປະເທດຈີນໃນປີ 2023 ໂດຍສະແດງໃຫ້ເຫັນວ່າ: ປີ 2023, ຍອດລາຍຮັບຂອງລັດວິສາຫະກິດຈີນໄດ້ບັນລຸເຖິງ 85.730,61 ຕື້ຢວນ, ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ປີ 2022, ຍອດມູນຄ່າສ່ວຍສາອາກອນຂອງລັດວິສາຫະກິດຈີນທີ່ຕ້ອງຈ່າຍແມ່ນ 5.874,58 ຕື້ຢວນ, ຫຼຸດລົງ 0,5% ເມື່ອທຽບໃສ່ປີ 2022. ນັບມາຮອດທ້າຍເດືອນທັນວາປີ 2023, ອັດຕາໜີ້ສິນຂອງລັດວິສາຫະກິດຈີນແມ່ນຢູ່ໃນລະດັບ 64,6%, ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ປີ 2022.