ໂຄງການຮ່ວມມືຈີນ-ຣັດເຊຍທີ່ມີມູນຄ່າຫຼາຍກວ່າສິບຕື້ຢວນໄດ້ເຊັນສັນຍາພ້ອມກັນຢູ່ນະຄອນເສີນຢາງຂອງຈີນ

2024-01-30 16:12:48 CRI


    ວັນທີ 29 ມັງກອນນີ້, “ງານເຈລະຈາການຮ່ວມມືດ້ານເສດຖະກິດການຄ້າຈີນ-ຣັດເຊຍປີ 2024” ໄດ້ຈັດຂຶ້ນຢູ່ນະຄອນເສີນຢາງຈີນ, ມີນັກທຸລະກິດ ຜູ້ຕາງໜ້າວິສາຫະກິດຈີ ນແລະ ຜູ້ຊ່ຽວຊານຮ້ອຍກວ່າທ່ານທີ່ເດີນທາງມາຈາກຣັດເຊຍ, ແລະ ປະເທດສະມາຊິກສະຫະພັນເສດຖະກິດເອີຣົບ-ອາຊີໄດ້ເຕົ້າໂຮມກັນຢູ່ນະຄອນເສີນຢາງ, ເພື່ອເຊັນສັນຍາພ້ອມກັນໃນ 55 ໂຄງການໃນຂົງເຂດ ການສ້າງສາທາງຜ່ານ, ການຄ້າຂາເຂົ້າຂາອອກ, ສາງສະສົມແຊ່ເຢັນ, ການບໍລິການທາງການທະນາຄານ ແລະອື່ນໆ, ເຊິ່ງລວມຍອດມູນຄ່າເຊັນສັນຍາມີເຖິງ 13,6 ຕື້ຢວນ.