ຈີນຫວັງວ່າມາດຕະການຊົ່ວຄາວທີ່ກ່ຽວຂ້ອງຂອງສານໂລກຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງບັງເກີດຜົນຕໍ່ເຂດກາຊາ

2024-01-30 16:53:33 cri

 

    ວັນທີ 29 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວໄດ້ຖາມຄຳຖາມກ່ຽວກັບມາດຕະການແກ້ໄຂຊົ່ວຄາວຂອງສານໂລກ ຫຼື ICJ ທີ່ກ່ຽວພັນເຖິງເຂດກາຊາ.

    ທ່ານວ່າງເວີນປິ່ນກ່າວວ່າ, ຈີນໄດ້ຮັບຮູ້ເຖິງສານໂລກໄດ້ອອກຄຳສັ່ງກ່ຽວກັບມາດຕະການແກ້ໄຂຊົ່ວຄາວ, ຄຳສັ່ງດັ່ງກ່າວໄດ້ຮັບການສະໜັບສະໜູນຈາກຜູ້ພິພາກສາສ່ວນໃຫຍ່ຂອງສານ, ໂດຍໄດ້ຕອບສະໜອງຄວາມເອົາໃຈໃສ່ທົ່ວໄປຂອງປະຊາຄົມໂລກຕໍ່ການປົກປັກຮັກສາປະຊາຊົນ, ຊຸກຍູ້ໃຫ້ສະຖານະການພາກພື້ນຜ່ອນຄາຍລົງ ແລະ ຫຼຸດຜ່ອນວິກິດການດ້ານມະນຸດສະທຳຢູ່ເຂດກາຊາ. ພວກເຮົາຫວັງວ່າມາດຕະການຊົ່ວຄາວທີ່ກ່ຽວຂ້ອງຂອງສານໂລກຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງບັງເກີດຜົນ.

    ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ຫຼັກໝັ້ນຂອງຈີນຕໍ່ບັນຫາປາແລັດສະຕິນແມ່ນສະເໝີຕົ້ນສະເໝີປາຍ. ພວກເຮົາກ່າວປະນາມການກະທຳທັງໝົດທີ່ທຳຮ້າຍປະຊາຊົນ, ຄັດຄ້ານການກະທຳທັງໝົດທີ່ລະເມີດກົດໝາຍສາກົນ, ເລັ່ງທວງໃຫ້ຝ່າຍກ່ຽວຂ້ອງຂອງການປະທະກັນຈົ່ງຢຸດຍິງຢ່າງຮອບດ້ານໃນທັນທີ, ເຄົາລົບນັບຖືກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະຫຼີກລ່ຽງບໍ່ໃຫ້ເກີດໄພມະນຸດສະທຳທີ່ມີຂະໜາດໃຫຍ່ກວ່າເກົ່າ. ການແກ້ໄຂການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນ, ທາງອອກພື້ນຖານແມ່ນຈັດຕັ້ງປະຕິບັດແຜນການສອງປະເທດ, ຊຸກຍູ້ໃຫ້ບັນຫາປາແລັດສະຕິນໄດ້ຮັບການແກ້ໄຂຢ່າງຮອບດ້ານ, ຍຸຕິທຳ ແລະ ຖາວອນໂດຍໄວ.