ລວມຍອດເສດຖະກິດຂອງເຂດສາມຫຼ່ຽມປາກແມ່ນ້ຳຢັງຊີກຽງຈີນຫຼາຍກວ່າ 3 ໝື່ນຕື້ຢວນ

2024-01-30 15:53:37 cri

 


    ນັບແຕ່ການພັດທະນາເຂດສາມຫຼ່ຽມປາກແມ່ນ້ຳຢັງຊີກຽງໃຫ້ເຊື່ອມໂຍງເຂົ້າກັນນີ້ເປັນຍຸດທະສາດແຫ່ງຊາດທີ່ໄດ້ປະຕິບັດເປັນເວລາ 5 ປີປາຍມານີ້, ມີບົດບາດສຳຄັນໃນການຊຸກຍູ້ການພັດທະນາຂອງເສດຖະກິດໃຫ້ແຂງແຮງ ແລະ ໄດ້ໜັກແໜ້ນຂຶ້ນຕື່ມຢ່າງບໍ່ຢຸດຢັ້ງ. ອີງຕາມບົດລາຍງານວຽກງານຂອງອົງການປົກຄອງຂອງ 3 ແຂວງ ແລະ 1 ກຳແພງນະຄອນສະແດງໃຫ້ເຫັນວ່າ: ປີ 2023, ລວມຍອດເສດຖະກິດຂອງນະຄອນຊຽງໄຮ້, ແຂວງຈ່ຽງຊູ່, ແຂວງເຈີ້ຈ່ຽງ ແລະ ແຂວງອ່ານຮຸ່ຍໄດ້ບຸກທະລຸ 3 ໝື່ນຕື້ຢວນ, ເຊິ່ງໄດ້ເສີມຂະຫຍາຍບົດບາດສູງຂຶ້ນຕື່ມຕໍ່ການຄ້ຳປະກັນການພັດທະນາທີ່ມີຄຸນນະພາບສູງຂອງທົ່ວປະເທດໄດ້ຍົກ.

    ບໍ່ພຽງແຕ່ມີການບຸກທະລຸໃໝ່ໃນດ້ານລວມຍອດເສດຖະກິດເທົ່ານັ້ນ, ເຂດສາມຫຼ່ຽມປາກແມ່ນ້ຳຢັງຊີກຽງຍັງມີຄວາມຄືບໜ້າອັນພົ້ນເດັ່ນໃນດ້ານການເລັ່ງລັດການພັດທະນາທີ່ມີຫົວຄິດປະດິດສ້າງ ແລະ ປັບປຸງໂຄງປະກອບເສດຖະກິດໃຫ້ດີຂຶ້ນ ຄື: ໃນປີ 2023, ນະຄອນຊຽງໄຮ້ເລີ່ມມີການກໍ່ສ້າງໂຄງການອຸດສາຫະກຳໃຫຍ່ທີ່ມີມູນຄ່າ 1 ຕື້ຢວນຂຶ້ນໄປທັງໝົດ 58 ໂຄງການ, ເຮືອບິນໂດຍສານຂະໜາດໃຫຍ່ C919 ທີ່ຈີນຜະລິດດ້ວຍຕົນເອງ ແລະ ກຳປັ່ນຂະໜາດໃຫຍ່ທີ່ຈີນຜະລິດດ້ວຍຕົນເອງລຳທຳອິດໄດ້ເປີດບໍລິການທາງການຄ້າ. ຕົວຊີ້ວັດການພັດທະນາທີ່ມີຄຸນນະພາບສູງຂອງຂະແໜງການຜະລິດແຂວງຈ່ຽງຊູ່ແມ່ນ 91,9 ເຊິ່ງແມ່ນອັນດັບທີ 1 ໃນທົ່ວປະເທດຈີນ. ຂະແໜງການຜະລິດ ແລະ ຂະແໜງການແກນກາງດ້ານເສດຖະກິດດີຈີຕອນແຂວງເຈີ້ຈ່ຽງໄດ້ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ປີ 2022, ຍອດຈຳນວນການຜະລິດລົດພະລັງງານໃໝ່ຂອງແຂວງອ່ານຮຸ່ຍແມ່ນ 868.000 ຄັນ, ເພີ່ມຂຶ້ນ 60,5% ເມື່ອທຽບໃສ່ປີ 2022.