ວັນທີ 29 ມັງກອນນີ້, ງານສະແດງສິລະປະຕ້ອນຮັບບຸນກຸດຈີນເນື່ອງໃນໂອກາດທີ່ຄະນະກຳມະການການທະຫານສູນກາງຈີນລົງຢ້ຽມຢາມນັກຮົບເກົ່າຂອງກອງທັບປະຈຳນະຄອນຫຼວງປັກກິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເບິ່ງການສະແດງສິລະປະຂອງກອງທັບ, ພ້ອມທັງສົ່ງຄວາມຢື້ຢາມຖາມຂ່າວ ແລະ ຄຳອວຍພອນບຸນກຸດຈີນຕໍ່ນັກຮົບເກົ່າທີ່ເຂົ້າຮ່ວມເບິ່ງງານສະແດງສິລະປະໃນຄັ້ງນີ້ ກໍຄືນັກຮົບເກົ່າຜູ້ບຳນານທັງຫຼາຍຂອງທົ່ວກອງທັບ.