ຣັດເຊຍພວມເປິກສາຫາລືລະບົບຊຳລະໃໝ່ກັບປະເທດກຸ່ມບຣິກສ

2024-01-31 14:27:18 cri

 

    ວັນທີ 30 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ທະນາຄານກາງຣັດເຊຍກ່າວວ່າ: ຣັດເຊຍພວມເປິກສາຫາລືກ່ຽວກັບລະບົບສົ່ງຂໍ້ມູນຂ່າວສານດ້ານການທະນາຄານແຫ່ງຊາດກັບປະເທດອື່ນໆໃນກຸ່ມບຣິກສ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ?

    ທ່ານວ່າງເວີນປິ່ນກ່າວວ່າ: ການປົກປັກຮັກສາຄວາມໝັ້ນທ່ຽງຂອງການທະນາຄານທົ່ວໂລກ ແລະ ປັບປຸງການບໍລິຫານເສດຖະກິດທົ່ວໂລກໃຫ້ສົມບູນແມ່ນວຽກສຳຄັນໃນການຮ່ວມມືດ້ານເສດຖະກິດ ແລະ ການທະນາຄານສາກົນ, ມັນກ່ຽວພັນເຖິງຜົນປະໂຫຍດຮ່ວມຂອງບັນດາປະເທດ. ຕະຫຼາດຈະເລີນໃໝ່ ແລະ ປະເທດພວມພັດທະນາຊຸກຍູ້ການປັບປຸງຮູບແບບການຊຳລະສາກົນໃຫ້ດີຂຶ້ນຈະມີຜົນດີຕໍ່ການໄປມາຫາສູ່ກັນດ້ານເສດຖະກິດການຄ້າ ແລະ ການລົງທຶນເຊິ່ງກັນແລະກັນ, ທັງຈະເພີ່ມພະລັງແຮງເຂົ້າໃນການປົກປັກຮັກສາຄວາມໝັ້ນທ່ຽງດ້ານການທະນາຄານໂລກ. ຈີນສະໜັບສະໜູນການສຸມທຸກຄວາມພະຍາຍາມເຂົ້າໃນກົນໄກທີ່ກ່ຽວຂ້ອງ ແລະ ຍິນດີເສີມຂະຫຍາຍບົດບາດຂອງຕົນຕໍ່ການປັບປຸງການບໍລິຫານເສດຖະກິດທົ່ວໂລກໃຫ້ດີຂຶ້ນ.