ເຕັກນິກດີຈີຕອນເພີ່ມພະລັງແຮງຕໍ່ການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກທົ່ວໂລກ

2024-01-31 16:02:46 cri


    ກອງປະຊຸມການສຶກສາດ້ານດີຈີຕອນໂລກ 2024 ທີ່ຮ່ວມຈັດຂຶ້ນໂດຍກະຊວງສຶກສາທິການຈີນ, ຄະນະກຳມະການທົ່ວປະເທດຈີນຂອງອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດຫຼື UNESCO ປະຈຳຈີນ ແລະ ອົງການປົກຄອງນະຄອນຊຽງໄຮ້ ໄດ້ໄຂຂຶ້ນຢູ່ນະຄອນຊຽງໄຮ້ໃນວັນທີ 30 ມັງກອນນີ້.

    ກອງປະຊຸມຄັ້ງນີ້ມີຫົວຂໍ້ວ່າ: ການສຶກສາດ້ານດີຈີຕອນ: ປະຍຸກໃຊ້, ຮ່ວມກັນຊົມໃຊ້ ແລະ ປະສິດສ້າງໃໝ່. ມີແຂກຜູ້ມີກຽດ 800 ກວ່າທ່ານທີ່ມາຈາກ 70 ກວ່າປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ໂດຍໄດ້ແລກປ່ຽນ ແລະ ເປິກສາຫາລືຢ່າງລົງເລິກກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ຍົກສູງຄວາມສາມາດດ້ານດີຈີຕອນ ແລະ ຄວາມສາມາດດ້ານການສິດສອນຂອງຄູອາຈານ, ນຳໃຊ້ເຕັກນິກດີຈີຕອນເຂົ້າໃນການສຶກສາ ແລະ ການສ້າງສັງຄົມຮຽນຮູ້, ປັນຍາປະດິດກັບຈະລິຍະທຳຂອງການນຳໃຊ້ເຕັກນິກດີຈີຕອນ, ການປະເມີນການສຶກສາດີຈີຕອນ ແລະອື່ນໆ.

    ກອງປະຊຸມດັ່ງກ່າວໄດ້ສ້າງຕັ້ງສະຫະພັນການສຶກສາດີຈີຕອນໂລກ, ຍັງໄດ້ເຜີຍແຜ່ປື້ມປະມວນຕົວຢ່າງການສຶກສາດີຈີຕອນໂລກ, ດັດຊະນີການພັດທະນາການສຶກສາດີຈີຕອນທົ່ວໂລກ ແລະ ຂໍ້ລິເລີ່ມຊຽງໄຮ້ຂອງ ກອງປະຊຸມການສຶກສາດີຈີຕອນໂລກ 2024.