ກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມ ທ່ານສີຈິ້ນຜິງເປັນປະທານກອງປະຊຸມ

2024-02-01 11:05:53 CRI


ວັນທີ 31 ມັງກອນແລ້ວນີ້, ກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນປະທານກອງປະຊຸມ.


ໃນກອງປະຊຸມໄດ້ຢືນຢັນຢ່າງເຕັມສ່ວນຕໍ່ຜົນງານຂອງຄະນະພັກຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ, ຄະນະລັດຖະບານຈີນ, ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ, ສານປະຊາຊົນສູງສຸດ, ອົງການອະທິໄອຍະການປະຊາຊົນສູງສຸດ ກໍຄືຄະນະເລຂາທິການສູນກາງພັກ, ພ້ອມທັງເຫັນດີແຜນການດຳເນີນງານຂອງພາກສ່ວນເຫຼົ່ານີ້ໃນປີ 2024.


ໃນກອງປະຊຸມໄດ້ກ່າວເນັ້ນໜັກວ່າ, ປີ 2024 ເປັນປີທີ່ສປຈີນສະຖາປະນາຂຶ້ນຄົບຮອບ 75 ປີ ແລະ ກໍເປັນປີທີ່ສຳຄັນໃນການປະຕິບັດໜ້າທີ່ເພື່ອບັນລຸເປົ້າໝາຍແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14, ຄະນະພັກຂອງ5 ພາກສ່ວນດັ່ງກ່າວຕ້ອງຖືເອົາແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນເປັນທິດຊີ້ນຳ, ຍຶດໝັ້ນຫຼັກການການເມືອງສູງສຸດ ຄື ການນຳພາແບບລວມສູນເປັນເອກະພາບຂອງສູນກາງພັກ, ປິ່ນອ້ອມການຊຸກຍູ້ຄວາມທັນສະໄໝແບບຈີນທີ່ເປັນການເມືອງໃຫຍ່ທີ່ສຸດນັ້ນຢ່າງແໜ້ນແຟ້ນ, ຈັດຕັ້ງປະຕິບັດແຜນຍຸດທະສາດທີ່ກຳນົດໄວ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງຕໍ່ເນື່ອງ. ຄະນະເລຂາທິການສູນກາງພັກຕ້ອງເພີ່ມທະວີຄວາມຮັບຜິດຊອບດ້ານການເມືອງ, ປະຕິບັດໜ້າທີ່ຢ່າງໜັກແໜ້ນ, ເສີມສ້າງຕົນເອງໃຫ້ເຂັ້ມແຂງຂຶ້ນ, ສືບຕໍ່ສຳເລັດໜ້າທີ່ຕ່າງໆທີ່ສູນກາງພັກມອບໃຫ້ນັ້ນດ້ວຍຄຸນນະພາບສູງ.