ບໍ່ວ່າຜູ້ໃດຈະໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຊຸດຕໍ່ໄປຂອງອາເມຣິກາກໍຕາມ ຈີນຫວັງວ່າອາເມຣິກາຈະກ້າວໄປສູ່ເປົ້າໝາຍດຽວກັນກັບຈີນ

2024-02-01 14:49:02 CRI


ວັນທີ 31 ມັງກອນແລ້ວນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວຍົກຄຳຖາມກ່ຽວກັບການເລືອກຕັ້ງທົ່ວໄປຂອງອາເມຣິກາ.


ທ່ານວ່າງເວີນປິ່ນໃຫ້ຮູ້ວ່າ, ການເລືອກຕັ້ງທົ່ວໄປເປັນວຽກງານພາຍໃນຂອງອາເມຣິກາ, ຈີນຍຶດໝັ້ນຫຼັກການທີ່ບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນຢ່າງສະເໝີຕົ້ນສະເໝີປາຍ, ກໍຈະບໍ່ແຊກແຊງການເລືອກຕັ້ງທົ່ວໄປຂອງອາເມຣິກາ. ທ່ານກ່າວເນັ້ນໜັກວ່າ, ການພັດທະນາສາຍພົວພັນຈີນ-ອາເມຣິກາໃຫ້ດີ, ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງປະເທດ ແລະ ປະຊາຊົນສອງຊາດ, ແລະ ກໍເປັນຄວາມປາຖະໜາທົ່ວໄປຂອງປະຊາຄົມໂລກ. ບໍ່ວ່າຜູ້ໃດຈະໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຊຸດຕໍ່ໄປກໍຕາມ, ຈີນຫວັງວ່າອາເມຣິກາ ຈະກ້າວໄປສູ່ເປົ້າໝາຍດຽວກັນກັບຈີນ, ອີງຕາມຫຼັກການທີ່ເຄົາລົບກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ໃຫ້ສາຍພົວພັນຈີນ-ອາເມຣິກາກ້າວໄປສູ່ທິດທາງທີ່ໝັ້ນທ່ຽງ ປອດໃສ, ແລະ ຍືນຍົງ, ສ້າງຜົນປະໂຫຍດໃຫ້ສອງປະເທດ ກໍຄືທົ່ວໂລກໃຫ້ດີກວ່າເກົ່າ, ພ້ອມກັນນັ້ນ ຈີນກໍຈະສືບຕໍ່ປົກປັກຮັກສາຜົນປະໂຫຍດດ້ານອະທິປະໄຕ ຄວາມໝັ້ນຄົງ ແລະ ການພັດທະນາຂອງຕົນຢ່າງເດັດດ່ຽວ.