ຈີນກັບບັນດາປະເທດໃນໂລກນັບມື້ນັບຫຼາຍກວ່າເກົ່າເຂົ້າສູ່ “ຍຸກສະໄໝຍົກເວັ້ນວີຊ່າ”

2024-02-01 14:54:42 cri

ເມື່ອບໍ່ດົນມານີ້, ຈີນກັບສິງປະໂປ ແລະ ໄທ ໄດ້ລົງນາມໃນສັນຍາກ່ຽວກັບການຍົກເວັ້ນວີຊ່າເຊິ່ງກັນແລະກັນຕາມລຳດັບ. ຈີນໄດ້ເພີ່ມຈຳນວນປະເທດນັບມື້ນັບຫຼາຍຂຶ້ນໃນການຍົກເວັ້ນວີຊ່າແຕ່ຝ່າຍດຽວ ແລະ ຍົກເວັ້ນວີຊ່າເຊິ່ງກັນແລະກັນກັບປະເທດອື່ນ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 31 ມັງກອນຜ່ານມານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມທີ່ກ່ຽວຂ້ອງ ໂດຍກ່າວວ່າ: ຈີນໄດ້ຍົກເວັ້ນວີຊ່າກັບຈຳນວນປະເທດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈີນກັບບັນດາປະເທດນັບມື້ນັບຫຼາຍກວ່າເກົ່າໄດ້ເຂົ້າສູ່ “ຍຸກສະໄໝຍົກເວັ້ນວີຊ່າ” ຢ່າງເປັນທາງການ ເຊິ່ງມີບົດບາດອັນຕັ້ງໜ້ານັບມື້ນັບພົ້ນເດັ່ນຂຶ້ນ.

ທ່ານວ່າງເວີນປິ່ນແຈ້ງໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ, ຈີນໄດ້ເຊັນສັນຍາຍົກເວັ້ນວີຊ່າເຊິ່ງກັນແລະກັນທີ່ກວມເອົາໜັງສືຜ່ານແດນປະເພດຕ່າງໆກັບ 157 ປະເທດ, ບັນລຸສັນຍາກ່ຽວກັບການເຮັດໃຫ້ຂັ້ນຕອນຂໍວີຊ່າກະທັດຮັດກວ່າເກົ່າກັບ 44 ປະເທດ, ບັນລຸສັນຍາການຍົກເວັ້ນວີຊ່າເຊິ່ງກັນແລະກັນຢ່າງຮອບດ້ານກັບ 23 ປະເທດທີ່ລວມມີໄທ, ສິງກະໂປ, ມານດິບ ແລະອື່ນໆ. ນອກນີ້, ຍັງມີ 60 ກວ່າປະເທດ ແລະ ເຂດແຄວ້ນໄດ້ໃຫ້ຄວາມສະດວກແກ່ພົນລະເມືອງຈີນໃນດ້ານການຍົກເວັ້ນວີຊ່າ ແລະ ວີຊ່າກັບດ່ານ.

ຫວ່າງມໍ່ໆມານີ້, ຜູ້ຮັບຜິດຊອບຂອງອົງການຈັດຕັ້ງການທ່ອງທ່ຽວຂອງອົງການ ສປຊ ກ່າວວ່າ: ນະໂຍບາຍການຍົກເວັ້ນວີຊ່າຂອງຈີນມີຜົນດີຕໍ່ການຟື້ນຟູຂະແໜງການທ່ອງທ່ຽວໂລກ, ການພັດທະນາທີ່ຄຶກຄັກຂອງຂະແໜງການທ່ອງທ່ຽວຈີນຈະຊ່ວຍຊຸກຍູ້ການພັດທະນາຮ່ວມກັນຂອງຂະແໜງການທ່ອງທ່ຽວຂອງປະເທດອ້ອມຂ້າງ.