ກະຊວງການຕ່າງປະເທດຈີນຈັດງານລ້ຽງຕ້ອນຮັບບຸນກຸດຈີນປີ 2024

2024-02-01 14:19:01 cri

ວັນທີ 31 ມັງກອນຜ່ານມາ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຈັດງານລ້ຽງຕ້ອນຮັບບຸນກຸດຈີນປີ 2024 ຂອງກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງປັກກິ່ງ, ທູຕານຸທູດຕ່າງປະເທດປະຈຳຈີນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳຈີນ ແລະ ຜູ້ຕາງໜ້າພາກສ່ວນຕ່າງໆຂອງຈີນ 400 ກວ່າຄົນເຂົ້າຮ່ວມງານລ້ຽງດັ່ງກ່າວ.

ທ່ານຫວາງຢີ້ກ່າວວ່າ: ປີ 2024 ແມ່ນປີທີ່ ສປ ຈີນສ້າງຕັ້ງຂຶ້ນຄົບຮອບ 75 ປີກ ແລະ ກໍແມ່ນປີໜຶ່ງທີ່ສຳຄັນໃນການຊຸກຍູ້ຄວາມທັນສະໄໝແບບຈີນຢ່າງຮອບດ້ານ. ຈີນໄດ້ຖືເອົາການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເປັນເປົ້າໝາຍອັນສູງສົ່ງໃນພາລະກິດການຕ່າງປະເທດປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ຈີນຍິນດີຮ່ວມກັບປະເທດຕ່າງໆ, ຮ່ວມກັນສ້າງພື້ນຖານສັນຕິພາບ ແລະ ຄວາມໝັ້ນຄົງ, ເຕົ້າໂຮມກຳລັງມິດຕະພາບແລະການຮ່ວມມື, ຮ່ວມກັນເດີນຕາມເສັ້ນທາງໃຫຍ່ແຫ່ງລັດທິຫຼາຍຝ່າຍ, ຮ່ວມກັນສ້າງອະນາຄົດ ທີ່ມີການພັດທະນາ ແລະ ຈະເລີນຮຸ່ງເຮືອງຮ່ວມກັນ.


ທ່ານມາຕິນ ເອັມປານາ ຫົວໜ້າຄະນະທູຕານຸທູດຕ່າງປະເທດປະຈຳຈີນ ເອກອັກຄະລັດຖະທູດກາເມີຣູນປະຈຳຈີນໄດ້ຕາງໜ້າຄະນະຂຶ້ນອວຍພອນປີໃໝ່ຕໍ່ປະຊາຊົນຈີນ ໂດຍກ່າວວ່າ: ຈີນໄດ້ດຳເນີນການເຄື່ອນໄຫວທາງການທູດຕ່າງໆໃນປີຜ່ານມາ, ໄດ້ເພີ່ມຄວາມເຂົ້າໃຈກັນລະຫວ່າງປະເທດຕ່າງໆ, ໄດ້ຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ, ຈີນມີບົດບາດນັບມື້ນັບສຳຄັນໃນທົ່ວໂລກ. ປະເທດຕ່າງໆໃນໂລກຄອງຄອຍໃຫ້ຖືເອົາຂໍ້ລິເລີ່ມທົ່ວໂລກ 3 ຂໍ້ ທີ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີອອກມານັ້ນເປັນທິດຊີ້ນຳ, ພະຍາຍາມຮ່ວມກັນ ເພື່ອເຮັດໃຫ້ໂລກມີຄວາມໝັ້ນຄົງກວ່າເກົ່າ, ມີສັນຕິພາບກວ່າເກົ່າ ແລະ ມີຄວາມຈະເລີນຮຸ່ງເຮືອງກວ່າເກົ່າໃນອະນາຄົດ.