ຈີນຈະສືບຕໍ່ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດຕ່າງປະເທດ

2024-02-02 14:35:49 cri

ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 1 ກຸມພານີ້ວ່າ: ປີ 2023, ກະຊວງການຄ້າຈີນໄດ້ຈັດກອງປະຊຸມໂຕະມົນວິສາຫະກິດທຶນຕ່າງປະເທດ 15 ຄັ້ງ, ໄດ້ປະສານງານ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດທຶນຕ່າງປະເທດທັງໝົດ 300 ກວ່າລາຍການ. ຕໍ່ໄປ, ກະຊວງການຄ້າຈີນຈະຈັດກອງປະຊຸມໂຕະມົນເດືອນລະຄັ້ງ, ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດຕ່າງປະເທດ.


ເຈົ້າໜ້າທີ່ຜູ້ນີ້ກ່າວຕື່ມວ່າ: ໂດຍແນໃສ່ບັນຫາທີ່ເປັນເອກະລັກສະເພາະຕົວ, ກະຊວງການຄ້າຈີນຈະຊຸກຍູ້ການແກ້ໄຂບັນຫາແບບ “ວິສາຫະກິດໜຶ່ງໃຊ້ມາດຕະການໜຶ່ງ”; ໂດຍແນໃສ່ບັນຫາທີ່ມີລັກສະນະຄ້າຍຄືກັນ, ກະຊວງການຄ້າຈີນຈະຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ວາງນະໂຍບາຍພິເສດ. ໃນຂະນະດຽວກັນ, ກະຊວງການຄ້າຈີນຍັງໄດ້ສ້າງຕັ້ງລະບົບເກັບໂຮມ ແລະ ຊຳລະແກ້ໄຂບັນຫາວິສາຫະກິດຕ່າງປະເທດທາງອອນລາຍໃນເດືອນກັນຍາປີ 2023, ສ້າງ “ກອງປະຊຸມໂຕະມົນວິສາຫະກິດທຶນຕ່າງປະເທດທາງອອນລາຍ” ເພື່ອເປີດຊ່ອງທາງເປີດເຜີຍໃຫ້ແກ່ການສະເໜີບັນຫາຈາກວິສາຫະກິດທຶນຕ່າງປະເທດ ໂດຍສະເພາະແມ່ນວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍຫຼາຍກວ່າເກົ່າ.