ຈີນເດັດດ່ຽວຄັດຄ້ານອາເມຣິກາກົດໜີບວິສາຫະກິດຈີນໂດຍອ້າງອັນທີ່ເອີ້ວ່າຄວາມໝັ້ນຄົງແຫ່ງຊາດ

2024-02-02 15:22:40 cri

ຕໍ່ກັບເລື່ອງທີ່ວ່າ: ກະຊວງປ້ອງກັນປະເທດອາເມຣິກາໄດ້ປັບປຸງ “ບັນຊີລາຍຊື່ວິສາຫະກິດການທະຫານຂອງຈີນ”, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 1 ກຸມພານີ້ວ່າ: ຈີນເດັດດ່ຽວຄັດຄ້ານອາເມຣິກາຂະຫຍາຍຂອບເຂດມະໂນພາບຂອງຄວາມໝັ້ນຄົງແຫ່ງຊາດ, ກຳນົດບັນຊີລາຍຊື່ແບບຈຳແນກປະເພດຕ່າງໆ, ກົດໜີບວິສາຫະກິດຈີນຢ່າງໄຮ້ເຫດຜົນ, ທຳລາຍການຮ່ວມມືດ້ານເສດຖະກິດການຄ້າທີ່ເປັນປົກກະຕິລະຫວ່າງຈີນກັບອາເມຣິກາ. ການກະທຳຂອງອາເມຣິກາໄດ້ລະເມີດຫຼັກການແຂ່ງຂັນຢ່າງເສລີໃນຕະຫຼາດ ແລະ ກະຕິກາເສດຖະກິດການຄ້າສາກົນທີ່ຕົນເອງແອບອ້າງມາໂດຍຕະຫຼອດ, ກະທົບເຖິງຄວາມໝັ້ນໃຈຂອງວິສາຫະກິດຕ່າງປະເທດໃນການລົງທຶນ ແລະ ດຳເນີນທຸລະກິດຢູ່ອາເມຣິກາ, ທຳລາຍຜົນປະໂຫຍດຂອງວິສາຫະກິດ ແລະ ຜູ້ລົງທຶນຂອງອາເມຣິກາ, ໃນທີ່ສຸດຈະທຳລາຍຜົນປະໂຫຍດຂອງຕົນເອງຢ່າງແນ່ນອນ.