ເປີດເຜີຍມາດຕະຖານການປະເມີນຄວາມປອດໄພດ້ານລະບົບນິເວດຂອງແມ່ນ້ຳລຳເຊລະດັບຊາດເຫຼັ້ມທຳອິດຂອງຈີນ

2024-02-02 15:26:10 cri

ເມື່ອບໍ່ດົນມານີ້, “ປຶ້ມຄູ່ມືເຕັກນິກການປະເມີນຄວາມປອດໄພດ້ານລະບົບນິເວດຂອງແມ່ນ້ຳລຳເຊ” ທີ່ເປັນມາດຕະຖານການປະເມີນຄວາມປອດໄພດ້ານລະບົບນິເວດຂອງແມ່ນ້ຳລຳເຊລະດັບຊາດເຫຼັ້ມທຳອິດຂອງຈີນ ໄດ້ເປີດເຜີຍຢ່າງເປັນທາງການ. ມາດຕະຖານດັ່ງກ່າວແມ່ນຮ່າງໂດຍສະຖາບັນຄົ້ນຄວ້າວິທະຍາສາດ, ມະຫາວິທະຍາໄລ ແລະ ວິສາຫະກິດ 20 ກວ່າແຫ່ງ ພາຍໃຕ້ການນຳພາຂອງສະຖາບັນຄົ້ນຄວ້າວິທະຍາສາດສິ່ງແວດລ້ອມຂອງຈີນ ແລະ ສະຖາບັນຄົ້ນຄວ້າມາດຕະຖານຈີນ, ຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ເມສາ ປີ 2024.

ຄູ່ມືດັ່ງກ່າວໄດ້ໃຫ້ຄວາມກະຈ່າງແຈ້ງກ່ຽວກັບມະໂນພາບຂອງຄວາມປອດໄພດ້ານລະບົບນິເວດຂອງແມ່ນ້ຳລຳເຊ, ກຳນົດຫຼັກການ, ຂັ້ນຕອນການປະຕິບັດ ງານ, ລະບົບດັດຊະນີ ແລະ ວິທີປະເມີນຄວາມປອດໄພດ້ານລະບົບນິເວດຂອງແມ່ນ້ຳລຳເຊ, ສະເໜີລະບົບດັດຊະນີທີ່ປະກອບດ້ວຍ 4 ດັດຊະນີສະເພາະຄື: ຄວາມກົດດັນດ້ານສິ່ງແວດລ້ອມນິເວດຂອງແມ່ນ້ຳລຳເຊ, ຄວາມປອດໃສຂອງລະບົບນິເວດຂອງແມ່ນ້ຳລຳເຊ, ບົດບາດການບໍລິການລະບົບນິເວດຂອງແມ່ນ້ຳລຳເຊ ແລະ ຄວາມສ່ຽງດ້ານລະບົບນິເວດຂອງແມ່ນ້ຳລຳເຊ, 12 ດັດຊະນີຍ່ອຍ ແລະ 28 ດັດຊະນີປະເມີນ ພ້ອມດ້ວຍວິທີການຄິດໄລ່ ແລະ ມາດຕະຖານໃຫ້ຄະແນນ.

ການເປີດເຜີຍປຶ້ມຄູ່ມືດັ່ງກ່າວເປັນການສະໜອງການຄ້ຳປະກັນທີ່ສຳຄັນດ້ານວິທະຍາສາດເຕັກໂນໂລຊີໃນການຊຸກຍູ້ການປົກປ້ອງ ແລະ ບົວລະບັດລ່ອງແມ່ນ້ຳຢາງຊີກຽງ, ແມ່ນ້ຳເຫຼືອງ ແລະ ແມ່ນ້ຳອື່ນໆທີ່ສຳຄັນ ກໍຄືການປົກປ້ອງບໍ່ໃຫ້ລ້ຳເສັ້ນແດງຄວາມປອດໄພດ້ານລະບົບນິເວດຂອງແມ່ນ້ຳໃນການສ້າງສາປະເທດຈີນທີ່ສວຍງາມ.