ການເຊື່ອມໂຍງເຂົ້າກັນແບບມີຫົວຄິດປະດິດສ້າງລະຫວ່າງສິ່ງດັ້ງເດີມ ແລະ ສິ່ງທັນສະໄໝເປັນຈຸດເດັ່ນຂອງງານລາຕີສະເຫຼີມສະຫຼອງບຸນກຸດຈີນປີມະໂລງຂອງ CMG

2024-02-02 14:39:26 cri

ວັນທີ 1 ກຸມພານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດກອງປະຊຸມຖະແຫຼງຂ່າວງານລາຕີສະເຫຼີມສະຫຼອງບຸນກຸດຈີນປີມະໂລງ ໂດຍໄດ້ແນະນຳຈຸດເດັ່ນຂອງລາຍການງານລາຕີ ແລະ ການນຳໃຊ້ດ້ານເຕັກນິກຢ່າງມີຫົວຄິດປະດິດສ້າງ ໄດ້ເຜີຍແຜ່ການອອກແບບລາຍການຟ້ອນຂອງເວທີຫຼັກ ແລະ ເວທີສາຂາ 4 ແຫ່ງ, ວິດີໂອກາຕູນໂຄສະນາງານລາຕີປີມະໂລງທີ່ພາດຫົວຂໍ້ “ເບິ່ງງານລາຕີ, ຕ້ອນຮັບປີມະໂລງ” ກໍໄດ້ເຜີຍແຜ່ທາງອິນເຕີເນັດ.

ທ່ານຈ່ຽງເວີນໂປ່ ສະມາຊິກຄະນະບັນນາທິການ CMG ກ່າວວ່າ: ງານລາຕີປີນີ້ຈະຕອບສະໜອງຕາມຄວາມຕ້ອງການໃນການເບິ່ງງານລາຕີທາງໂທລະພາບ, ທາງໜ້າຈໍສາທາລະນະ ແລະ ທາງມືຖື, ຖ່າຍທຳລາຍການດ້ວຍເຕັກນິກທີ່ມີຄວາມລະອຽດສູງພິເສດ. CMG ໄດ້ຕັ້ງໜ້າຊຸກຍູ້ການປະດິດສ້າງໃໝ່ທີ່ເຊື່ອມໂຍງເຂົ້າກັນດ້ານ “ແນວຄິດ, ສິລະປະ ແລະ ເຕັກນິກ”, ລົງເລິກການຖ່າຍທອດຢ່າງກວ້າງຂວາງໃນສື່ຕ່າງໆຢ່າງບໍ່ຢຸດຢັ້ງ ເພື່ອຈັດງານລາຕີສະຫຼອງບຸນກຸດຈີນ ທີ່ໜ້າເບິ່ງໜ້າຊົມ, ອຸດົມສົມບູນ ແລະ ມີລະດັບວິທະຍາສາດເຕັກໂນໂລຊີສູງ.


ເວລາ 8 ໂມງຕອນຄ່ຳວັນທີ 9 ກຸມພານີ້, ງານລາຕີສະເຫຼີມສະຫຼອງບຸນກຸດຈີນປີມະໂລງຂອງ CMG ຈະອອກອາກາດໃນຫຼາຍຊ່ອງທາງ. ສື່ໃໝ່ຂອງ 68 ພາສາຕ່າງປະເທດຂອງໂທລະພາບສາກົນຈີນ ຫຼື CGTN ຈະຮ່ວມກັບສື່ມວນຊົນ 1500 ກວ່າແຫ່ງຂອງ 200 ປະເທດ ແລະ ເຂດແຄວ້ນ ເພື່ອດຳເນີນການຖ່າຍທອດສົດ ແລະ ລາຍງານຂອງງານລາຕີຄັ້ງນີ້.