ຈີນທວງໃຫ້ອາເມຣິກາຢຸດຕິການເຈາະຄວາມລັບແລະໂຈມຕີທາງອິນເຕີເນັດໃນຂອບເຂດທົ່ວໂລກ

2024-02-02 14:40:12 cri

ໂດຍແນໃສ່ຖ້ອຍຄຳຂອງເຈົ້າໜ້າທີ່ອາເມຣິກາທີ່ໃສ່ຮ້າຍປ້າຍສີຈີນໃນບັນຫາຄວາມໝັ້ນຄົງທາງອິນເຕີເນັດ, ວັນທີ 1 ກຸມພານີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ອາເມຣິກາແມ່ນຜູ້ບຸກເບີກ ແລະ ໂຕການໃຫຍ່ທີ່ສຸດໃນການໂຈມຕີທາງອິນເຕີເນັດ, ຈີນທວງໃຫ້ອາເມຣິກາຢຸດຕິການເຈາະຄວາມລັບແລະໂຈມຕີທາງອິນເຕີເນັດໃນຂອບເຂດທົ່ວໂລກ, ຢຸດຕິການໃສ່ຮ້າຍປ້າຍສີປະເທດອື່ນ ດ້ວຍບັນຫາຄວາມໝັ້ນຄົງທາງອິນເຕີເນັດ.


ທ່ານວາງເວີນປິ່ນກ່າວຕື່ມວ່າ: ກອງບັນຊາການກອງທັບອິນເຕີເນັດອາເມຣິກາໄດ້ຈັດເອົາພື້ນຖານໂຄງລ່າງທີ່ສຳຄັນເປັນຂໍກະແຈຂອງປະເທດອື່ນ ເປັນເປົ້າໝາຍການໂຈມຕີທາງອິນເຕີເນັດທີ່ຖືກຕ້ອງຕາມກົດໝາຍຂອງອາເມຣິກາຢ່າງບັງອາດ. ນັບແຕ່ປີກາຍນີ້ເປັນຕົ້ນມາ, ອົງການຄວາມໝັ້ນຄົງທາງອິນເຕີເນັດຈີນໄດ້ເປີດເຜີຍບົດລາຍງານຫຼາຍສະບັບ ໂດຍໄດ້ເປີດເຜີຍສະພາບການທີ່ລັດຖະບານອາເມຣິກາດຳເນີນການໂຈມຕີທາງອິນເຕີເນັດຕໍ່ພື້ນຖານໂຄງລ່າງທີ່ສຳຄັນເປັນຂໍກະແຈຂອງຈີນເປັນໄລຍະຍາວ. ທ່ານກ່າວວ່າ: ນະໂຍບາຍ ແລະ ການກະທຳທີ່ບໍ່ມີນ້ຳໃຈຮັບຜິດຊອບແບບນີ້ຂອງອາເມຣິກາ ໄດ້ເຮັດໃຫ້ພື້ນຖານໂຄງລ່າງທີ່ສຳຄັນເປັນຂໍກະແຈຂອງທົ່ວໂລກຕົກຢູ່ໃນຄວາມສ່ຽງທີ່ໃຫຍ່ຫຼວງ.