ຈີນຈະເປັນຜູ້ປະກອບສ່ວນຕົ້ນຕໍຕໍ່ການເຕີບໂຕເສດຖະກິດທົ່ວໂລກໃນປີນີ້

2024-02-03 15:13:35 cri

ວັນທີ 2 ກຸມພານີ້, ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ເຜີຍແຜ່ບົດລາຍງານການເປິກສາຂໍ້ທີ 4 ປີ 2023 ກ່ຽວກັບຈີນ ໂດຍລະບຸວ່າ: ເສດຖະກິດຈີນຈະເຕີບໂຕ 4,6% ໃນປີ 2024 ເຊິ່ງໄດ້ປັບຂຶ້ນ 0,4% ເມື່ອທຽບໃສ່ຜົນຄາດຄະເນໃນເດືອນຕຸລາປີ 2023. ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG, ຫົວໜ້າຄະນະຜູ້ແທນເດີນທາງໄປຈີນຂອງ IMF ກ່າວວ່າ: ຈີນຈະເປັນຜູ້ປະກອບສ່ວນຕົ້ນຕໍຕໍ່ການເຕີບໂຕຂອງເສດຖະກິດທົ່ວໂລກໃນປີ 2024. ໂດຍອີງຕາມເນື້ອໃນຂອງຂໍ້ທີ 4 ທີ່ລະບຸໄວ້ໃນ “ສັນຍາອົງການກອງທຶນເງິນຕາສາກົນ”, IMF ຕ້ອງດຳເນີນການເປິກສາຫາລືເສດຖະກິດມະຫາພາກລະຫວ່າງສອງຝ່າຍຕໍ່ບາງສະມາຊິກເປັນປະຈຳ (ທຳມະດາແມ່ນດຳເນີນໃນທຸກປີ) ເພື່ອອອກບົດລາຍງານການປະເມີນທີ່ລະອຽດ ແລະ ໃຫ້ຂໍ້ສະເໜີທີ່ກ່ຽວຂ້ອງ.