ຈີນກາຍເປັນປະເທດແຫຼ່ງນໍາເຂົ້າຜ່ານທາງການຄ້າເອເລັກໂຕຣນິກຂ້າມຊາດໃຫຍ່ທີ່ສຸດຂອງ ສ.ເກົາຫຼີ

2024-02-03 11:37:35 cri

ວັນທີ 1 ກຸມພານີ້, ອົງການສະຖິຕິຂອງ ສ.ເກົາຫຼີໄດ້ເປີດເຜີຍຂໍ້ມູນຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ: ໃນປີ 2023, ມູນຄ່າການນໍາເຂົ້າຈາກຈີນຂອງ ສ.ເກົາຫຼີຜ່ານທາງການຄ້າເອເລັກໂຕຣນິກຂ້າມຊາດ ໄດ້ເພີ່ມຂຶ້ນ 121,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈີນໄດ້ລື່ນກາຍອາເມຣິກາ ແລະ ກາຍເປັນປະເທດແຫຼ່ງນໍາເຂົ້າຜ່ານທາງການຄ້າເອເລັກໂຕຣນິກຂ້າມຊາດໃຫຍ່ທີ່ສຸດຂອງ ສ.ເກົາຫຼີເປັນຄັ້ງທໍາອິດ.