ທ່ານສີຈິ້ນຜິງເນັ້ນໜັກວ່າ: ຕ້ອງເລັ່ງພັດທະນາກຳລັງການຜະລິດລຸ້ນໃໝ່ ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຢ່າງໜັກແໜ້ນ

2024-02-03 15:19:15 CRI

ຕອນບ່າຍວັນທີ 31 ມັງກອນຜ່ານມານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ດຳເນີນການຮ່ຳຮຽນຮວມໝູ່ຄັ້ງທີ 11 ກ່ຽວກັບການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຢ່າງໜັກແໜ້ນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ເປັນປະທານຂອງການຮ່ຳຮຽນດັ່ງກ່າວ. ທ່ານກ່າວວ່າ: ຕ້ອງຈຳໄວ້ໃຫ້ໝັ້ນວ່າ ການພັດທະນາດ້ວຍຄຸນນະພາບສູງ ແມ່ນເລື່ອງສຳຄັນຍິ່ງທີ່ບໍ່ຕ້ອງສົງໄສແຫ່ງຍຸກສະໄໝ, ຕ້ອງຜັນຂະຫຍາຍທັດສະນະໃໝ່ດ້ານການພັດທະນາຢ່າງຮອບດ້ານ, ຈັດຕັ້ງປະຕິບັດໜ້າທີ່ຍຸດທະສາດໃນດ້ານຕ່າງໆ ເຊັ່ນ: ເລັ່ງລັດການສ້າງລະບົບເສດຖະກິດທັນສະໄໝ, ຊຸກຍູ້ການສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານເຕັກໂນໂລຊີວິທະຍາສາດທີ່ມີລະດັບສູງ, ເລັ່ງລັດການສ້າງຮູບແບບການພັດທະນາໃໝ່, ວາງແຜນຢ່າງເປັນເອກະພາບໃນການຊຸກຍູ້ການປະຕິຮູບໃນດ້ານເລິກກັບການເປີດປະຕູສູ່ພາຍນອກ ແລະ ວາງແຜນຢ່າງເປັນເອກະພາບດ້ານການພັດທະນາດ້ວຍຄຸນນະພາບສູງກັບຄວາມໝັ້ນຄົງທີ່ມີລະດັບສູງ; ປັບປຸງລະບົບກວດກາຕີລາຄາການພັດທະນາດ້ວຍຄຸນນະພາບສູງໃຫ້ສົມບູນຂຶ້ນ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ. ການພັດທະນາກຳລັງການຜະລິດລຸ້ນໃໝ່ ແມ່ນຄວາມຕ້ອງການພາຍໃນ ແລະ ຈຸດຍູ້ດັນທີ່ສຳຄັນຂອງການພັດທະນາດ້ວຍຄຸນນະພາບສູງ, ຕ້ອງສືບຕໍ່ດຳເນີນການໃຫ້ດີດ້ານການປະດິດສ້າງໃໝ່, ຊຸກຍູ້ໃຫ້ກຳລັງການຜະລິດລຸ້ນໃໝ່ມີການພັດທະນາໄວຂຶ້ນກວ່າເກົ່າ.