ເປີດເຜີຍເອກະສານໝາຍເລກໜຶ່ງຂອງສູນກາງຈີນປະຈໍາປີ 2024

2024-02-04 10:58:32 CRI

 

   ເອກະສານໝາຍເລກໜຶ່ງຂອງສູນກາງຈີນປະຈໍາປີ 2024 ໄດ້ເປີດເຜີຍເມື່ອວັນທີ 3 ກຸມພານີ້ ໂດຍໄດ້ສະເໜີແຜນການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ, ເຂັ້ມແຂງ ແລະ ມີປະສິດທິຜົນ, ເອກະສານສະບັບດັ່ງກ່າວເປັນເອກະສານຊີ້ນໍາວຽກງານກະສິກຳ, ຊົນນະບົດ ແລະ ຊາວກະສິກອນສະບັບທີ 12 ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ.


   ເອກະສານສະບັບນີ້ມີຫົວຂໍ້ວ່າ “ຄວາມເຫັນຂອງສູນກາງພັກກອມມູນິດຈີນ ແລະ ລັດຖະບານຈີນກ່ຽວກັບການຮຽນຮູ້ ແລະ ນໍາໃຊ້ບົດຮຽນຂອງໂຄງການໜຶ່ງພັນບ້ານຕົວແບບ, ໜຶ່ງໝື່ນບ້ານປັບປຸງ ເພື່ອຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ, ເຂັ້ມແຂງ ແລະ ມີປະສິດທິຜົນ” ໂດຍແບ່ງອອກເປັນ 6 ພາກເຊິ່ງລວມມີ: ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ, ການຮັບປະກັນບໍ່ໃຫ້ເກີດປາກົດການກັບຄືນສູ່ຄວາມທຸກຍາກຢ່າງເປັນຂະໜາດໃຫຍ່, ຍົກລະດັບການພັດທະນາດ້ານອຸດສາຫະກໍາຢູ່ຊົນນະບົດໃຫ້ສູງຂຶ້ນ, ຍົກລະດັບການກໍ່ສ້າງຊົນນະບົດໃຫ້ສູງຂຶ້ນ, ຍົກລະດັບການຄຸ້ມຄອງຊົນນະບົດໃຫ້ສູງຂຶ້ນ ແລະ ເພີ່ມທະວີການນໍາພາຢ່າງຮອບດ້ານຂອງພັກທີ່ມີຕໍ່ວຽກງານກະສິກຳ, ຊົນນະບົດ ແລະ ຊາວກະສິກອນ.