ຄົມມະນາຄົມຂອງຈີນຮັບປະກັນການສັນຈອນໃນໄລຍະບຸນກຸດຈີນມີຄວາມໝັ້ນທ່ຽງ ແລະ ເປັນລະບຽບ

2024-02-04 14:50:34 cri

ອີງຕາມຂໍ້ມູນຈາກໜ່ວຍງານການສັນຈອນໃນໄລຍະບຸນກຸດຈີນຂອງການຂົນສົ່ງສັງລວມປີ 2024 ສະແດງໃຫ້ເຫັນວ່າ: ຄາດວ່າຈຳນວນຜູ້ສັນຈອນຂ້າມເຂດແຄວ້ນໃນທົ່ວສັງຄົມຈີນໃນວັນທີ 3 ກຸມພານີ້ບັນລຸຫຼາຍກວ່າ 210.000.000 ເທື່ອຄົນ. ໃນນັ້ນ, ການສັນຈອນຜ່ານທາງຫຼວງຄາດວ່າມີຫຼາຍກວ່າ 198.000.000 ເທື່ອຄົນ ການຂົນສົ່ງຜູ້ໂດຍສານຜ່ານທາງລົດໄຟຄາດວ່າມີ 12.960.000 ເທື່ອຄົນ, ການຂົນສົ່ງຜູ້ໂດຍສານຜ່ານທາງນ້ຳຄາດວ່າມີ 620.000 ເທື່ອຄົນ, ການຂົນສົ່ງຜູ້ໂດຍສານຂອງການບິນພົນລະເຮືອນຄາດວ່າມີ 2.160.000 ເທື່ອຄົນ.

 ຍ້ອນໄດ້ຮັບຜົນກະທົບຈາກອາກາດອຸນຫະພູມຕ່ຳທີ່ຮ້າຍແຮງຂຶ້ນຢູ່ພາກກາງ ແລະ ພາກຕາເວັນອອກຂອງຈີນ, ຈີນໄດ້ປັບປຸງແຜນການແລ່ນຂະບວນລົດໄຟຜູ້ໂດຍສານໃນທົ່ວປະເທດ ໂດຍອີງຕາມການປ່ຽນແປງຂອງສະພາບການ ເພື່ອຮັບປະກັນ ການສັນຈອນໃນໄລຍະບຸນກຸດຈີນມີຄວາມໝັ້ນທ່ຽງ ແລະ ເປັນລະບຽບ. ຫ້ອງລໍຖ້າສຳລັບຜູ້ໂດຍສານໃນສະຖານີລົດໄຟສຳຄັນຕ່າງໆຢູ່ນະຄອນຊຽງໄຮ ແລະ ກວາງໂຈ່ວ ໄດ້ເປີດບໍລິການຕະຫຼອດ 24 ຊົ່ວໂມງ ເພື່ອສ້າງສະພາບແວດລ້ອມສະດວກສະບາຍໃຫ້ກັບຜູ້ໂດຍສານທີ່ອອກເດີນທາງໃນກາງຄືນ.