ກອງປະຊຸມສະຫຼຸບວຽກງານສຶກສາອົບຮົມໃນຫົວຂໍ້ສະເພາະກ່ຽວກັບການເຊື່ອມຊຶມແລະຜັນຂະຫຍາຍແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2024-02-05 13:11:24 CRI

 

   ກອງປະຊຸມສະຫຼຸບວຽກງານສຶກສາອົບຮົມໃນຫົວຂໍ້ສະເພາະກ່ຽວກັບການເຊື່ອມຊຶມ ແລະ ຜັນຂະຫຍາຍແນວຄິດ ສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງເມື່ອວັນທີ 4 ກຸມພານີ້.


   ຫວ່າງມໍ່ໆມານີ້, ໃນເວລາເປັນປະທານກອງປະຊຸມກົມການເມືອງສູນກາງພັກຄອມມູນິດຈີນ ເພື່ອພິຈາລະນາບົດລາຍງານສະຫຼຸບວຽກງານການສຶກສາອົບຮົມໃນຫົວຂໍ້ສະເພາະ ກໍຄືຄວາມເຫັນກ່ຽວກັບການປັບປຸງ ແລະ ເສີມຂະຫຍາຍຜົນງານຂອງການສຶກສາອົບຮົມໃນຫົວຂໍ້ສະເພາະ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກໍາມະການການທະຫານສູນກາງຈີນໄດ້ກ່າວຄໍາປາໄສທີ່ສໍາຄັນ.


   ກອງປະຊຸມໄດ້ແຈ້ງຄໍາປາໄສທີ່ສໍາຄັນຂອງທ່ານ ສີຈິ້ນຜິງ ໃຫ້ຊາບ, ພ້ອມທັງໄດ້ສະເໜີຂໍ້ຮຽກຮ້ອງຢ່າງຈະແຈ້ງຕໍ່ສະມາຊິກພັກ ແລະ ພະນັກງານໃນການປະຕິບັດໜ້າທີ່ວຽກງານປະຈໍາວັນຂອງຕົນ.