ເປີດຂະບວນການນຳສະເໜີ “ສິນຄ້າຈີນທີ່ໄດ້ຮັບຄວາມນິຍົມສູງ 2024” ຜ່ານສື່ຕ່າງໆຂອງ CMG

2024-02-05 14:53:26 cri

ວັນທີ 4 ກຸມພານີ້, ຂະບວນການນຳສະເໜີ “ສິນຄ້າຈີນທີ່ໄດ້ຮັບຄວາມນິຍົມສູງເພື່ອອວຍພອນບຸນປີໃໝ່ 2024” ຜ່ານສື່ຕ່າງໆຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ເລີ່ມຕົ້ນຢ່າງເປັນທາງການ, ຈະຈັດກິດຈະກຳຕ່າງໆທາງອອນລາຍ ແລະ ອອຟລາຍໃນໝົດປີ.

ພິທີເປີດຂະບວນການດັ່ງກ່າວໄດ້ແບ່ງເປັນ 3 ພາກສ່ວນໃຫຍ່ຄື: “ສິນຄ້າຈີນມີແຟຊັນໃໝ່”, “ສິນຄ້າຈີນອວຍພອນບຸນປີໃໝ່” ແລະ “ສິນຄ້າຈີນກ້າວຂຶ້ນສູ່ຂະບວນການພັດທະນາໃໝ່”, ເພື່ອສະແດງໃຫ້ເຫັນການບໍລິໂພກໃໝ່ຍ້ອນມີສິນຄ້າຈີນທີ່ໄດ້ຮັບຄວາມນິຍົມສູງ ແລະ ພະລັງແຮງໃໝ່ຍ້ອນສິນຄ້າຈີນ.

“ສິນຄ້າຈີນມີແຟຊັນໃໝ່” ສຸມໃສ່ຍີ່ຫໍ້ດັ້ງເດີມ ແລະ ຜະລິດຕະພັນແຟຊັນໃໝ່ທີ່ໄດ້ຮັບຄວາມນິຍົມຈາກຊາວເນັດທັງຫຼາຍເຊັ່ນ: ໂຫຼງຕຸ່ນໆ ແລະ ອື່ນໆ; “ສິນຄ້າຈີນອວຍພອນບຸນປີໃໝ່” ສຸມໃສ່ຕະຫຼາດວັດທະນະທຳ ແລະ ທ່ອງທ່ຽວທີ່ເປັນແຟຊັນທີ່ສຸດ ແລະ ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນປີ 2024, ເພື່ອຊຸກຍູ້ຂະແໜງການວັດທະນະທຳ ແລະ ທ່ອງທ່ຽວໃຫ້ພັດທະນາຢ່າງຟົດຟື້ນ; ສ່ວນ “ສິນຄ້າຈີນກ້າວຂຶ້ນສູ່ຂະບວນພັດທະນາໃໝ່” ກໍໄດ້ມີການເປີດຂະບວນການນຳສະເໜີ “ສິນຄ້າຈີນທີ່ໄດ້ຮັບຄວາມຍິຍົມສູງ 2024” ຜ່ານສື່ຕ່າງໆ.