ດັດຊະນີຍອດປະລິມານການຈໍລະຈອນສິນຄ້າການຄ້າເອເລັກໂຕຣນິກຈີນໃນເດືອນມັງກອນປີ 2024 ສ້າງສະຖິຕິສູງສຸດໃນຮອບ 2 ປີຜ່ານມາ

2024-02-05 13:06:56 CRI

 

   ສະຫະພັນການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນໄດ້ເປີດເຜີຍດັດຊະນີການຈໍລະຈອນສິນຄ້າການຄ້າເອເລັກໂຕຣນິກຈີນໃນເດືອນມັງກອນປີ 2024 ເມື່ອວັນທີ 5 ກຸມພານີ້. ໂດຍລວມແລ້ວ, ດັດຊະນີການຈໍລະຈອນສິນຄ້າການຄ້າເອເລັກໂຕຣນິກແມ່ນໄດ້ຟື້ນຕົວຢ່າງໝັ້ນທ່ຽງ, ສັງເກດໄດ້ຈາກການສະໜອງກັບຄວາມຕ້ອງການລ້ວນແຕ່ມີທ່ວງທ່າທີ່ດີ ໂດຍສະເພາະແມ່ນດັດຊະນີຍອດປະລິມານການຈໍລະຈອນສິນຄ້າແມ່ນໄດ້ສ້າງສະຖິຕິສູງສຸດໃນຮອບ 2 ປີຜ່ານມາ.


   ເດືອນມັງກອນປີ 2024, ດັດຊະນີການຈໍລະຈອນສິນຄ້າການຄ້າເອເລັກໂຕຣນິກຈີນແມ່ນໄດ້ບັນລຸ 112,8 ເພີ່ມຂຶ້ນ 0,8% ເມື່ອທຽບໃສ່ເດືອນທັນວາປີ 2023. ເມື່ອເບິ່ງໃນດັດຊະນີປະເພດຕ່າງໆແລ້ວ, ດັດຊະນີຍອດປະລິມານການຈໍລະຈອນສິນຄ້າໃນເດືອນມັງກອນປີ 2024 ແມ່ນໄດ້ບັນລຸ 125,3 ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ເດືອນທັນວາປີ 2023. ເມື່ອເບິ່ງໃນດ້ານເຂດແຄວ້ນແລ້ວ, ເຂດພາກຕາເວັນຕົກຂອງຈີນແມ່ນມີດັດຊະນີຍອດປະລິມານການຈໍລະຈອນສິນຄ້າເພິ່ມຂຶ້ນຫຼາຍທີ່ສຸດ.