ການບໍລິໂພກຂອງຈີນຟື້ນຕົວຢ່າງຕໍ່ເນື່ອງໃນປີ 2023

2024-02-06 12:59:44 CRI

   ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວລັດຖະບານຈີນຈັດຂຶ້ນເມື່ອວັນທີ 6 ກຸມພານີ້, ທ່ານ ເຊີ້ງຊິວຜິງ ຮອງລັດຖະມົນຕີກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ: ປີ 2023, ກະຊວງການຄ້າຈີນໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງຈັດກິດຈະກໍາຕ່າງໆ “ປີແຫ່ງການເພີ່ມທະວີການບໍລິໂພກ” ໂດຍໄດ້ວາງນະໂຍບາຍ ແລະ ມາດຕະການຕ່າງໆເຊັ່ນ: ຊຸກຍູ້ການບໍລິໂພກດ້ານລົດຍົນ ແລະ ເຄື່ອງໃຊ້ໃນເຮືອນເປັນຕົ້ນ ເພື່ອຊຸກຍູ້ການບໍລິໂພກໃຫ້ຟື້ນຕົວຢ່າງຕໍ່ເນື່ອງ. ເຮັດໃຫ້ຍອດມູນຄ່າຂາຍຍ່ອຍຂອງເຄື່ອງບໍລິໂພກສັງຄົມໃນຕະຫຼອດປີ 2023 ບັນລຸເຖິງ 47.100 ຕື້ຢວນ, ເພີ່ມຂຶ້ນ 7,2%, ອັດຕາການປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດກວມເອົາ 82,5%, ສ່ອງແສງໃຫ້ເຫັນວ່າ: ບົດບາດອັນພື້ນຖານຂອງການບໍລິໂພກແມ່ນໄດ້ເພີ່ມທະວີຢ່າງບໍ່ຢຸດຢັ້ງ. ນອກນີ້, ຍອດມູນຄ່າການຄ້າຂາຍຍ່ອຍດ້ານການບໍລິການເພີ່ມຂຶ້ນ 20%, ລາຍຮັບຈາກຂະແໜງການກິນດື່ມເພີ່ມຂຶ້ນ 20,4% ໄດ້ລື່ນກາຍ 5.000 ຕື້ຢວນເປັນເທື່ອທໍາອິດ.


   ປີ 2023, ຍອດມູນຄ່າການຂາຍຍ່ອຍຜ່ານທາງອິນເຕີເນັດຂອງຈີນບັນລຸເຖິງ 15.400 ຕື້ຢວນ, ເປັນອັບດັບໜຶ່ງຂອງໂລກ 11 ປີລຽນຕິດ. ຂະນະທີ່ຍອດມູນຄ່າການຂາຍຍ່ອຍຜ່ານທາງອິນເຕີເນັດຂອງສິນຄ້າທີ່ເປັນຮູບປະທໍາເພີ່ມຂຶ້ນ 8,4%, ກວມເອົາ 27,6% ຂອງຍອດມູນຄ່າຂາຍຍ່ອຍເຄື່ອງບໍລິໂພກສັງຄົມ.