ສົ່ງດາວທຽມທົດລອງເຄືອຂ່າຍສື່ສານກວມລວມສັນຍານພາກພື້ນດິນແລະທາງອາກາດລະບົບ5G ແລະ 6G ຊຸດທຳອິດຂອງໂລກເຂົ້າສູ່ວົງໂຄຈອນ

2024-02-06 12:18:55 cri



ວັນທີ 3 ກຸມພານີ້,  ຈີນໄດ້ສົ່ງດາວທຽມທົດລອງຕາມວົງໂຄຈອນລະດັບຕ່ຳຈຳນວນສອງດວງທີ່ບັນທຸກອຸປະກອນເຄືອຂ່າຍສື່ສານກວມລວມສັນຍານພາກພື້ນດິນແລະທາງອາກາດລະບົບ5G ແລະ6Gຊຸດທຳອິດຂອງໂລກເຂົ້າສູ່ວົງໂຄຈອນຢ່າງສຳເລັດຜົນ.

ຕາມຂ່າວລາຍງານໃຫ້ຮູ້ວ່າ:  “China Mobile 01” ເປັນດາວທຽມທົດລອງດວງທຳອິດຢູ່ໃນໂລກທີ່ສາມາດກວດກາເຕັກນິກ5Gທີ່ສື່ສານລະຫວ່າງໜ່ວຍໂລກກັບອະວະກາດ, ອຸປະກອນຖານສື່ສານທີ່ຕິດຕັ້ງຢູ່ເທິງດາວທຽມແມ່ນສາມາດນຳໃຊ້ທ່າແຮງຂອງດາວທຽມທີ່ສົ່ງສັນຍານເຂົ້າປົກຄຸມຢ່າງກວ້າງຂວາງນັ້ນເພື່ອສົ່ງສັນຍານ 5G ໄປເຖິງບ່ອນທີ່ເຄືອຂ່າຍສື່ສານບໍ່ສາມາດເຂົ້າເຖິງໄດ້ຢູ່ພາກພື້ນດິນ, ສ່ວນດາວທຽມອີກດວງໜຶ່ງຄື ດາວທຽມກວດກາເຕັກນິກ “ຊິ່ງເຫີ” ແມ່ນໄດ້ບັນທຸກລະບົບເຄືອຂ່າຍແກນກາງເທິງດາວທຽມທີ່ອອກແບບໂດຍແນວຄວາມຄິດ6Gລະບົບທຳອິດ.

ລະບົບທົດລອງດາວທຽມສອງດວງຄັ້ງນີ້ຈະຖືກນຳໃຊ້ເຂົ້າໃນການທົດລອງເຕັກນິກການສື່ສານກວມລວມສັນຍານພາກພື້ນດິນແລະທາງອາກາດທີ່ເຊື່ອມໂຍງດາວທຽມຕາມວົງໂຄຈອນລະດັບຕ່ຳກັບເຄືອຂ່າຍສື່ສານເຄື່ອນທີ່ຢູ່ພາກພື້ນດິນ.