ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມຂອງນັກຂ່າວກ່ຽວກັບອາເມຣິກາໂຈມຕີເປົ້າໝາຍຢູ່ດິນແດນຊີຣີ ແລະ ອິຣັກທາງອາກາດ

2024-02-06 15:06:22 cri

    ໂດຍແນໃສ່ກອງທັບອາເມຣິກາໄດ້ໂຈມຕີເປົ້າໝາຍຢູ່ດິນແດນຊີຣີ ແລະ ອິຣັກທາງອາກາດໃນຫວ່າງມໍ່ໆມານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 5 ກຸມພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນຄັດຄ້ານການກະທຳໃດໆທີ່ລ່ວງລ້ຳອະທິປະໄຕດ້ານຜືນແຜ່ນດິນ ແລະ ຄວາມໝັ້ນຄົງຂອງປະເທດອື່ນ, ສະນັ້ນຈຶ່ງເລັ່ງທວງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບປະຕິບັດຕາມກົດໝາຍສາກົນຢ່າງແທ້ຈິງ, ຫຼີກເວັ້ນບໍ່ໃຫ້ສະພາບເຄັ່ງຕຶງໃນງພາກພື້ນຍົກລະດັບຕື່ມອີກຈົນເສຍການຄວບຄຸມ.

    ທ່ານວ່າງເວີນປິ່ນ ກ່າວຕື່ມວ່າ: ຊີຣີ ແລະ ອິຣັກເປັນປະເທດທີ່ມີອະທິປະໄຕ. ຈີນຄັດຄ້ານການກະທຳທີ່ລະເມີດ “ກົດບັດສະຫະປະຊາຊາດ” ແລະລ່ວງລ້ຳອະທິປະໄຕດ້ານຜືນແຜ່ນດິນ ແລະ ຄວາມໝັ້ນຄົງຂອງປະເທດອື່ນ. ປັດຈຸບັນ, ສະພາບການຢູ່ເຂດຕາເວັນອອກກາງແມ່ນສັບສົນ ແລະ ອ່ອນໄຫວຫຼາຍ. “ຈີນເລັ່ງທວງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບປະຕິບັດຕາມກົດໝາຍສາກົນຢ່າງແທ້ຈິງ, ຮັກສາຄວາມອົດກັ້ນໄວ້, ຫຼີກເວັ້ນບໍ່ໃຫ້ສະພາບເຄັ່ງຕຶງໃນງພາກພື້ນຍົກລະດັບຕື່ມອີກຈົນເສຍການຄວບຄຸມ.”