ຈັດພິທີມອບລາງວັນມິດຕະພາບລັດຖະບານຈີນ 2023 ຢູ່ນະຄອນຫຼວງປັກກິ່ງ

2024-02-06 12:20:12 cri



   ວັນທີ4ກຸມພານີ້, ພິທີມອບລາງວັນມິດຕະພາບລັດຖະບານຈີນ 2023 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນ ທີ່ນະຄອນຫຼວງປັກກິ່ງ ໂດຍມີຜູ້ຊ່ຽວຊານ ທັງໝົດ50ທ່ານມາຈາກ26ປະເທດໃນທົ່ວໂລກໄດ້ຮັບລາງວັນດັ່ງກ່າວ.

   ລາງວັນມິດຕະພາບລັດຖະບານຈີນເປັນລາງວັນທີ່ລັດຖະບານຈີນສ້າງຕັ້ງຂຶ້ນສະເພາະເພື່ອຍໍຍ້ອງຊົມເຊີຍຕໍ່ຜົນງານຂອງຊ່ຽວຊານຕ່າງປະເທດຜູ້ທີ່ມາເຮັດວຽກຢູ່ຈີນແລະໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປະຕິຮູບແລະການພັດທະນາຂອງຈີນ. ມາຮອດປັດຈຸບັນໄດ້ມີຜູ້ຊ່ຽວຊານ1898ທ່ານທີ່ມາຈາກ 80 ກວ່າປະເທດແລະເຂດແຄວ້ນໄດ້ຮັບກຽດຕິຍົດດັ່ງກ່າວ.