ເຂດກວາງຊີຈີນເລີ່ມແລ່ນຂະບວນລົດໄຟຂົນສົ່ງສິນຄ້າປີໃໝ່ໄປຫວຽດນາມເປັນຂະບວນທຳອິດໃນປີ 2024

2024-02-07 10:53:32 cri


ເວລາ 18 ໂມງຂອງວັນທີ 5 ກຸມພານີ້, ຂະບວນລົດໄຟທີ່ໄດ້ບັນທຸກຕູ້ເຄື່ອງດື່ມ 130 ໂຕນຂ້າມແດນຈີນ-ຫວຽດນາມໄດ້ອອກເດີນທາງຈາກສະຖານີລົດໄຟສາກົນນະຄອນນານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ໂດຍຈະອອກຊາຍແດນຈາກດ່ານເສັ້ນທາງລົດໄຟຜີງສຽງ ແລ້ວໄປສູ່ຕາແສງດົງດ່າງຫວຽດນາມ. ນີ້ແມ່ນຂະບວນລົດໄຟຂົນສົ່ງສິນຄ້າປີໃໝ່ຂະບວນທຳອິດທີ່ແລ່ນຈາກເຂດກວາງຊີໄປຫວຽດນາມ.

ໃນຫຼາຍປີມໍ່ໆມານີ້, ຄຽງຄູ່ກັບຄວາມສາມາດດ້ານການຜ່ານດ່ານໄດ້ຍົກສູງຂຶ້ນ ແລະ ຕົ້ນທຶນການຈໍລະຈອນສິນຄ້າໄດ້ຫຼຸດໜ້ອຍລົງ, ຂະບວນລົດໄຟຂົນສົ່ງຕູ້ສິນຄ້າຂ້າມແດນຈີນ-ຫວຽດນາມໄດ້ຮັບຄວາມນິຍົມຈາກວິສາຫະກິດຂອງຈີນກັບປະເທດສະມາຊິກອາຊຽນ, ການແລ່ນຂະບວນລົດໄຟກໍໄດ້ເພີ່ມທະວີຢ່າງບໍ່ຢຸດຢັ້ງ. ຜະລິດຕະພັນຈີນ ເຊັ່ນ:ເຄື່ອງໄຟຟ້າໃນເຮືອນ, ເສື້ອຜ້າອາພອນ, ອາຫານເຄື່ອງດື່ມແລະອື່ນໆໄດ້ຂາຍດີຢູ່ຕະຫຼາດອາຊີອາຄະເນ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟຂົນສົ່ງຕູ້ສິນຄ້າຂ້າມແດນຈີນ-ຫວຽດນາມໄດ້ຂົນສົ່ງອາຫານ, ເຄື່ອງດື່ມ ແລະອື່ນໆລວມທັງໝົດ 84 ຕູ້ມາດຕະຖານກໍຄື 100.000 ອັນ.