ໜ່ວຍງານເສດຖະກິດຈີນ-ອາເມຣິກາຈັດກອງປະຊຸມຄັ້ງທີ 3

2024-02-07 14:36:09 cri


ວັນທີ 6 ກຸມພານີ້, ກະຊວງການເງິນຈີນເປີດເຜີຍໃຫ້ຮູ້ວ່າ: ໜ່ວຍງານເສດຖະກິດຈີນ-ອາເມຣິກາໄດ້ຈັດກອງປະຊຸມຄັ້ງທີ 3 ຢູ່ນະຄອນຫຼວງປັກກິ່ງ ສປ ຈີນລະຫວ່າງວັນທີ 5 ຫາ 6 ກຸມພານີ້, ພາກສ່ວນທີ່ກ່ຽວຂ້ອງຂອງຂົງເຂດເສດຖະກິດທັງສອງປະເທດໄດ້ເຂົ້າຮ່ວມກອງປະຊຸມ.

ສອງຝ່າຍອີງຕາມຄວາມເຫັນທີ່ເປັນເອກະພາບກັນສຳຄັນ 3 ຂໍ້ຂອງຜູ້ຮັບຜິດຊອບທັງສອງຝ່າຍໃນການພົບປະກັນຢູ່ນະຄອນຊານຟຣານຊິສໂກ, ໄດ້ດຳເນີນການແລກປ່ຽນຢ່າງເລິກເຊິ່ງ, ກົງໄປກົງມາ, ຕິດແທ້ຕົວຈິງ ແລະ ມີລັກສະນະສ້າງສັນກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ສະພາບການ ແລະ ນະໂຍບາຍເສດຖະກິດດ້ານມະຫາພາກຂອງສອງປະເທດ, ການຮ່ວມມືດ້ານການເງິນຂອງກຸ່ມ 20 ປະເທດຫຼື G20, ໜີ້ສິນຂອງປະເທດພວມພັດທະນາ, ນະໂຍບາຍດ້ານອຸດສາຫະກຳ ແລະ ຫົວຂໍ້ອື່ນໆ. ຈີນໄດ້ສະແດງຄວາມເປັນຫ່ວງກ່ຽວກັບອາເມຣິກາເພີ່ມການເກັບພາສີຕໍ່ສິນຄ້າຈີນ, ຂໍ້ຈຳກັດດ້ານການລົງທຶນເຊິ່ງກັນ ແລະ ກັນ, ອາເມຣິກາລົງໂທດ ແລະ ກີດກັ້ນການພັດທະນາຂອງວິສາຫະກິດຈີນ ແລະ ບັນຫາອື່ນໆ. ສອງຝ່າຍເຫັນດີສືບຕໍ່ຮັກສາການຕິດຕໍ່ພົວພັນກັນ.