ການຮ່ວມມືດ້ານການບິນອະວະກາດລະຫວ່າງຈີນ-ເບຣຊິນມີຫຼາຍກວ່າ 30 ປີແລ້ວ

2024-02-07 12:37:21 CRI

 

   ອົງການການບິນອະວະກາດແຫ່ງຊາດຈີນໄດ້ແຈ້ງໃນວັນທີ  6 ກຸມພານີ້ວ່າ: ການຮ່ວມມືໃນຂົງເຂດການບິນອະວະກາດລະຫວ່າງຈີນ-ເບຣຊິນມີຫຼາຍກວ່າ 30 ປີແລ້ວ, ກ່ອນໜ້ານີ້, ສອງຝ່າຍໄດ້ຮ່ວມກັນຄົ້ນຄວ້າຜະລິດ ແລະ ຍິງສົ່ງດາວທຽມ 6 ດວງເຊິ່ງຂໍ້ມູນຈາກດາວທຽມເຫຼົ່ານີ້ແມ່ນໄດ້ນໍາໃຊ້ໃນຂົງເຂດກະສິກໍາ, ປ່າໄມ້, ວາງແຜນຜັງເມືອງ ແລະ ຂົງເຂດອື່ນໆຢ່າງກວ້າງຂວາງ. ປັດຈຸບັນ, ຈີນ-ເບຣຊິນໄດ້ເລີ່ມດໍາເນີນການຄົ້ນຄວ້າ ແລະ ຜະລິດດາວທຽມດວງທີ 7 ແລະຈະແບ່ງປັນຂໍ້ມູນດາວທຽມໃຫ້ທົ່ວໂລກນໍາໃຊ້ຮ່ວມກັນ.