ງານລາຕີສະຫຼອງບຸນກຸດຈີນ 2024 ຂອງ CMG ໄດ້ສຳເລັດການຊ້ອມສະແດງຄັ້ງທີ 5

2024-02-08 10:58:53 cri


ວັນທີ 7 ກຸມພານີ້, ງານລາຕີສະຫຼອງບຸນກຸດຈີນ 2024 ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ສຳເລັດການຊ້ອມສະແດງຄັ້ງທີ 5 ທີ່ເປັນຄັ້ງສຸດທ້າຍ. ມີລາຍການສະແດງປະເພດຕ່າງໆ ເຊ່ນ: ການຮ້ອງເພງ, ການຟ້ອນ, ການສະແດງປະຊັນວາທະຕະຫຼົກ, ລະຄອນເວທີ, ງິ້ວ, ວູຊູ້(ກັງຟູ), ມາຍາກົນ, ກາຍຍະສິນ, ລະຄອນດົນຕີ, ຮູບເງົາເລື່ອງສັ້ນ ແລະອື່ນໆໄດ້ດຳເນີນໄປຢ່າງຄ່ອງແຄ້ວ, ສະຖານທີ່ຫຼັກກັບສະຖານທີ່ສຳຮອງຈັດງານຢູ່ 4 ແຫ່ງໄດ້ເຊື່ອມຕໍ່ກັນແບບທຳມະຊາດ, ງານລາຕີໄດ້ເຕັມໄປດ້ວຍບັນຍາກາດມ່ວນຊື່ນແລະສິລິມົງຄຸນ. ງານລາຕີສະຫຼອງບຸນກຸດຈີນ 2024 ຂອງ CMG ໄດ້ກຽມພ້ອມແລ້ວ, ຂໍເຊີນຊວນຊາວຈີນກໍຄືປະຊາຊົນປະເທດຕ່າງໆໃນທົ່ວໂລກຮ່ວມກັນຊົມສີສັນວັດທະນະທຳອັນຕະການຕາທີ່ມີລັກສະນະຍຸກສະໄໝແລະວິທະຍາສາດເຕັກນິກ.