ທ່ານສີຈິ້ນຜິງກ່າວຄຳປາໄສໃນງານອວຍພອນບຸນກຸດຈີນທີ່ຈັດໂດຍສູນກາງພັກຄອມມູນິດຈີນແລະລັດຖະບານຈີນ

2024-02-08 21:24:13 cri

   ຕອນເຊົ້າວັນທີ 8 ກຸມພານີ້, ສູນກາງພັກຄອມມູນິດຈີນ ແລະ ລັດຖະບານຈີນໄດ້ຈັດງານອວຍພອນບຸນກຸດຈີນ 2024 ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສໂດຍຕາງໜ້າໃຫ້ສູນກາງພັກຄອມມູນິດຈີນ ແລະ ລັດຖະບານຈີນສົ່ງພອນໄຊອັນປະເສີດໄປຍັງປະຊາຊົນບັນດາເຜົ່າທົ່ວປະເທດ, ພີ່ນ້ອງຮ່ວມຊາດເຂດບໍລິຫານພິເສດຮົງກົງ, ພີ່ນ້ອງຮ່ວມຊາດເຂດບໍລິຫານພິເສດມາກາວ, ພີ່ນ້ອງຮ່ວມຊາດໄຕ້ຫວັນ ແລະ ພີ່ນ້ອງຮ່ວມຊາດທີ່ຢູ່ຕ່າງປະເທດ.

   ທ່ານສີຈີ້ນຜິງ ຊີ້ໃຫ້ເຫັນວ່າ, ປີ 2024 ເປັນປີທີ່ສາທາລະນະລັດປະຊາຊົນຈີນສະຖາປະນາຂຶ້ນຄົບຮອບ 75 ປີ, ແລະເປັນປີທີ່ສຳຄັນໃນການປະຕິບັດໜ້າທີ່ເພື່ອບັນລຸເປົ້າໝາຍແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14. ພວກເຮົາຕ້ອງຍຶດໝັ້ນຫຼັກການລວມທີ່ສະແຫວງຫາການເຕີບໂຕບົນພື້ນຖານຄວາມໝັ້ນທ່ຽງ, ປະຕິບັດຕາມຄວາມຮຽກຮ້ອງທີ່ຍຶດໝັ້ນສະແຫວງຫາການພັດທະນາຢ່າງໜັກແໜ້ນ, ຊຸກຍູ້ການພັດທະນາຢ່າງໝັ້ນທ່ຽງດ້ວຍຄວາມກ້າວໜ້າ, ສ້າງແບບໃໝ່ຂຶ້ນກ່ອນແລ້ວຈຶ່ງຍົກເລີກອັນເກົ່າ, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາອັນໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ, ປະສານສົມທົບການພັດທະນາທີ່ມີຄຸນນະພາບສູງ ແລະ ຄວາມໝັ້ນຄົງທີ່ມີລະດັບສູງຢ່າງເປັນເອກະພາບກັນໃຫ້ດີ, ເຮັດໃຫ້ຈຸດສຸມພົ້ນເດັ່ນຂຶ້ນດ ກຳແໜ້ນຈຸດທີ່ເປັນຂໍ້ກຸນແຈສຳຄັນ, ບຸກບືນກ້າວໜ້າ, ເຮັດແທ້ທຳຈິງ, ເພີ່ມພະລັງຊີວິດດ້ານເສດຖະກິດຢ່າງແທ້ຈິງ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງ, ປັບປຸງການຄາດຄະເນຂອງສັງຄົມໃຫ້ດີຂຶ້ນ, ປັບປຸງ ແລະ ເພີ່ມທະວີທ່ວງທ່າທີ່ເສດຖະກິດຟື້ນຟູດີຂຶ້ນ, ສືບຕໍ່ເພີ່ມຄວາມສຸກໃຫ້ແກ່ປະຊາຊົນ, ຮັກສາສະພາບລວມດ້ານສັງຄົມໃຫ້ກົມກຽວ ແລະ ໝັ້ນທ່ຽງ.

ທ່ານສີຈິ້ນຜິງ ເນັ້ນໜັກວ່າ, ຕ້ອງລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ອອກແຮງແກ້ໄຂອຸປະສັກດ້ານກົນໄກລະບຽບການຢ່າງເລິກເຊິ່ງ ແລະ ຄວາມຂັດແຍ້ງກັນດ້ານໂຄງປະກອບ, ກະຕຸ້ນພະລັງຊີວິດດ້ານການສ້າງທຸລະກິດ ແລະ ປະດິດສ້າງໃໝ່ຂອງທົ່ວສັງຄົມຢ່າງເຕັມສ່ວນ, ເພີ່ມພະລັງແຮງຢ່າງເຂັ້ມແຂງໃຫ້ແກ່ຄວາມທັນສະໄໝແບບຈີນ, ເຮັດໃຫ້ການສ້າງສາຄວາມທັນສະໄໝແບບຈີນຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະ ກ້າວໄປຂ້າງໜ້າຢ່າງເດັດດ່ຽວໜຽວແໜ້ນ.

ທ່ານສີຈິ້ນຜິງ ກ່າວຕື່ມວ່າ: ມັງກອນແມ່ນສັດນຳໂຊກຂອງຊົນຊາດຈີນ, ໄດ້ແບກຫາບຈິດໃຈອັນເດັດດ່ຽວ ແລະ ຄວາມປາຖະໜາອັນດີງາມຂອງປະຊາຊົນຈີນທີ່ຊຸກຍູ້ການສ້າງສາປະເທດຊາດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດໃນຍຸກໃໝ່ ແລະ ຂະບວນການໃໝ່. ໃນປີມະໂລງປີນີ້, ຫວັງໃຫ້ປະຊາຊົນທົ່ວປະເທດຈີນຮ່ວມການຂຽນປະຫວັດສາດນ້າໃໝ່ແຫ່ງການສ້າງສາຄວາມທັນສະໄໝແບບຈີນ.