ຍອດມູນຄ່າການຈໍລະຈອນສິນຄ້າໃນທົ່ວປະເທດຈີນປີ 2023 ມີຫຼາຍກວ່າ 352.000 ຕື້ຢວນ

2024-02-08 11:00:17 cri

ວັນທີ 7 ກຸມພານີ້, ສະຫະພັນການຈໍລະຈອນສິນຄ້າແລະການຈັດຊື້ຂອງຈີນໄດ້ເຜີຍແຜ່ຕົວເລກຂໍ້ມູນດ້ານການຈໍລະຈອນສິນຄ້າປີ 2023 ໃຫ້ຮູ້ວ່າ: ປີ 2023, ສະພາບແວດລ້ອມການຈໍລະຈອນສິນຄ້າຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ຂະແໜງການໄດ້ຟື້ນຟູໄປໃນແງ່ດີໂດຍລວມ.

ປີ 2023, ຍອດມູນຄ່າການຈໍລະຈອນສິນຄ້າໃນທົ່ວປະເທດຈີນມີເຖິງ 352.400 ຕື້ຢວນ, ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ2022, ຈັງຫວະການເຕີບໂຕໄດ້ເພີ່ມຂຶ້ນຫຼາຍກວ່າປີ 2022 ເຖິງ 1,8%. ເມື່ອເບິ່ງຈາກໂຄງປະກອບຄວາມຕ້ອງການແລ້ວ, ຍອດມູນຄ່າການຈໍລະຈອນຜະລິດຕະພັນກະສິກຳມີເຖິງ 5.300 ຕື້ຢວນ, ເພີ່ມຂຶ້ນ 4,1%. ສ່ວນຜະລິດຕະພັນອຸດສາຫະກຳມີເຖິງ 312.600 ຕື້ຢວນ, ເພີ່ມຂຶ້ນ 4,6%, ຈັງຫວະການເຕີບໂຕເພີ່ມຂຶ້ນຫຼາຍກວ່າປີ 2022 ເຖິງ 1%.

ນອກນີ້, ຍອດມູນຄ່າການຈໍລະຈອນສິນຄ້ານຳເຂົ້າປີ 2023 ມີເຖິງ 18.000 ຕື້ຢວນ, ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ປະລິມານການຈໍລະຈອນສິນຄ້ານຳເຂົ້າໄດ້ຮັກສາທ່ວງທ່າການຟື້ນຕົວຄືນທີ່ວ່ອງໄວ.