ທ່ານສີຈິ້ນຜິງກັບບຸກຄົນນອກພັກຮ່ວມກັນສະເຫຼີມສະຫຼອງບຸນກຸດຈີນ

2024-02-08 11:29:10 CRI

 

   ເນື່ອງໃນໂອກາດບຸນກຸດຈີນປີມະໂລງເຊິ່ງເປັນບຸນປີໃໝ່ປະເພນີຈີນທີ່ຈະໝູນວຽນມາເຖິງ, ຕອນບ່າຍວັນທີ 7 ກຸມພານີ້ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກໍາມະການການທະຫານສູນກາງຈີນໄດ້ຮ່ວມກັບຜູ້ຮັບຜິດຊອບຂອງສູນກາງພັກຝ່າຍປະຊາທິປະໄຕຕ່າງໆ ແລະ ສະຫະພັນອຸດສາຫະກຳການຄ້າທົ່ວປະເທດກໍຄືຜູ້ຕາງໜ້າບຸກຄົນທີ່ບໍ່ສັງກັດພັກຝ່າຍໃດ ເພື່ອຮ່ວມກັນສະເຫຼີມສະຫຼອງບຸນກຸດຈີນ. ໃນໂອກາດນີ້, ທ່ານ ສີຈິ້ນຜິງ ໄດ້ຕາງໜ້າສູນກາງພັກຄອມມູນິດຈີນສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ອວຍພອນປີໃໝ່ອັນປະເສີດໃຫ້ກັບພັກຝ່າຍປະຊາທິປະໄຕຕ່າງໆ, ສະຫະພັນອຸດສາຫະກຳການຄ້າທົ່ວປະເທດ, ບຸກຄົນທີ່ບໍ່ສັງກັດພັກຝ່າຍໃດກໍຄືສະມາຊິກທັງຫຼາຍຂອງແນວໂຮມເອກະພາບ.


   ພາຍຫຼັງການພົບປະໂອ້ລົມ, ທ່ານ ສີຈິ້ນຜິງ ພ້ອມດ້ວຍຜູ້ນໍາພັກ-ລັດໄດ້ຮ່ວມຖ່າຍຮູບເປັນທີ່ລະນຶກກັບຜູ້ຮັບຜິດຊອບຂອງສູນກາງພັກຝ່າຍປະຊາທິປະໄຕຕ່າງໆ ແລະ ສະຫະພັນອຸດສາຫະກຳການຄ້າທົ່ວປະເທດຄົນເກົ່າ ແລະ ຄົນໃໝ່ ກໍຄືຜູ້ຕາງໜ້າບຸກຄົນທີ່ບໍ່ສັງກັດພັກຝ່າຍໃດ.