ຜະລິດຕະພັນອຸດສາຫະກຳການຜະລິດຂອງຈີນທີ່ຖືກກັບມາດຕະຖານໃນປີ 2023 ບັນລຸເຖິງ 93,65%

2024-02-09 14:30:37 cri


    ຕົວເລກສະຖິຕິທີ່ອົງການຕິດຕາມຄຸ້ມຄອງຕະຫຼາດແຫ່ງຊາດຈີນເປີດເຜີຍໃນວັນທີ 8 ກຸມພານີ້ສະແດງໃຫ້ເຫັນວ່າ: ປີ 2023, ອັດຕາໄດ້ມາດຕະຖານຂອງຜະລິດຕະພັນອຸດສາຫະກຳການຜະລິດຂອງຈີນໄດ້ບັນລຸເຖິງ 93,65%, ເມື່ອທຽບໃສ່ປີ 2022 ໄດ້ເພີ່ມຂຶ້ນ 0,36%. ໃນນັ້ນ, ຂະແໜງການຜະລິດຢາ, ຂະແໜງການຜະລິດລົດຍົນ ແລະ ຂະແໜງການຜະລິດເສັ້ນໄຍເຄມີມີຄຸນນະພາບອ່າວສູງ.