ທ່ານສີຈິ້ນຜິງສົນທະນາກັບປະທານາທິບໍດີຣັດເຊຍຜ່ານທາງໂທລະສັບ

2024-02-09 17:16:03 cri

ຕອນບ່າຍວັນທີ 8 ກຸມພານີ້, ເນື່ອງໃນໂອກາດບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົນທະນາກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຜ່ານທາງໂທລະສັບ.

ປີນີ້ແມ່ນປີທີ່ຈີນ-ຣັດເຊຍສ້າງສາຍພົວພັນທາງການທູດຄົບຮອບ 75 ປີ. ປະມຸກລັດສອງປະເທດໄດ້ເປິກສາຫາລືກ່ຽວກັບການຂະຫຍາຍສາຍພົວພັນລະຫວ່າງຈີນ-ຣັດເຊຍ, ເພີ່ມທະວີຄວາມສາມັກຄີແລະຄວາມໄວ້ເນື້ອເຊື່ອໃຈກັນ, ປົກປັກຮັກສາຄວາມໝັ້ນຄົງແລະສະຖຽນລະພາບໃນພາກພື້ນ ກໍຄືຜົນປະໂຫຍດຮ່ວມຂອງປະເທດໃນພາກພື້ນ. ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບການຈັດກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ປີ 2024 ໃຫ້ດີ, ສົ່ງເສີມໂລກໃຫ້ຫັນເປັນຫຼາຍຂົ້ວທີ່ສະເໝີພາບແລະເປັນລະບຽບ, ເສດຖະກິດໂລກາພິວັດທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງແລະກວມລວມ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະອື່ນໆ.

ນອກນີ້, ປະມຸກລັດສອງປະເທດຍັງໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບບັນຫາຈຸດສຸມໃນສາກົນແລະພາກພື້ນໃນປັດຈຸບັນ ໂດຍໄດ້ເຫັນດີເປັນເອກະພາບກັນວ່າ: ໃນປີໃໝ່ 2024, ຈະສືບຕໍ່ຮັກສາການໄປມາຫາສູ່ກັນຢ່າງໃກ້ຊິດ, ຈະແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການພົວພັນລະຫວ່າງຈີນ-ຣັດເຊຍ ແລະ ບັນຫາຍຸດທະສາດທີ່ສອງຝ່າຍສົນໃຈຮ່ວມກັນ.