ສື່ມວນຊົນ 2.100 ກວ່າສໍານັກຂອງ 200 ປະເທດແລະເຂດແຄວ້ນຈະຖ່າຍທອດສົດແລະລາຍງານກ່ຽວກັບງານລາຕີສະຫຼອງບຸນກຸດຈີນ 2024 ຂອງ CMG

2024-02-09 10:40:37 CRI

 

   ເວລາ 20 ໂມງວັນທີ 9 ກຸມພານີ້ຕາມເວລາປັກກິ່ງ, ງານລາຕີສະຫຼອງບຸນກຸດຈີນ 2024 ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ເຊິ່ງເປັນລາຍການໂທລະພາບປະຈໍາປີທີ່ປະຈັກຕາຊາວໂລກທີ່ສຸດນັ້ນຈະເລີ່ມອອກອາກາດ ແລະ ເຂົ້າສູ່ສາຍຕາຂອງຜູ້ຊົມໃນທົ່ວໂລກຕາມນັດໝາຍ.


   ໃນຖານະເປັນລາຍການໂທລະພາບທີ່ມີຍອດຈໍານວນຜູ້ຊົມຕິດຕາມຫຼາຍທີ່ສຸດໃນໂລກຕາມສະຖິຕິກີເນັສບຸກ, ງານລາຕີສະຫຼອງບຸນກຸດຈີນຂອງ CMG ໄດ້ເລີ່ມອອກອາກາດໃນທຸກໆຄໍ່າຄືນມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ນັບແຕ່ປີ 1983 ເປັນຕົ້ນມາ ເຊິ່ງໄດ້ຈັດຂຶ້ນ 41 ຄັ້ງລຽນຕິດ ແລະ ໄດ້ກາຍເປັນງານວັດທະນະທໍາແຫ່ງການແບ່ງປັນຄວາມມ່ວນຊື່ນກໍຄືການສະເຫຼີມສະຫຼອງບຸນປີໃໝ່ຈີນຮ່ວມກັນຂອງຄົນຈີນໃນທົ່ວໂລກ.



   ໃນຫຼາຍມື້ຜ່ານມານີ້, ກິດຈະກໍາ “ທົ່ວໂລກເບິ່ງງານລາຕີສະຫຼອງບຸນກຸດຈີນ” ທີີ່ CMG ເປັນເຈົ້າພາບໄດ້ຈັດຂຶ້ນເກືອບ 40 ຄັ້ງຢູ່ປະເທດຕ່າງໆ ເຊັ່ນ: ເຄັນຢາ ສະວິດ, ລາວ, ເບຣຊິນ, ຊອກດານີ, ອິນໂດເນເຊຍ, ໄທ, ອາກຊັງຕິນ, ອາຟຣິກາໃຕ້, ອູຣູກວາຍ ແລະ ຟິຈີເປັນຕົ້ນ.