“ງານລາຕີສະຫຼອງບຸນກຸດຈີນຂອງປະຊາຊົນ”ຮ່ວມກັບຜູ້ຊົມທົ່ວໂລກພ້ອມກັນຕ້ອນຮັບບຸນກຸດຈີນປີມະໂລງ

2024-02-09 20:11:10 CRI



ວັນທີ9ກຸມພານີ້ເປັນມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງບຸນກຸດຈີນ ເຊິ່ງເປັນປີໃໝ່ປະເພນີຕາມຈັນທະຄະຕິຈີນ. ເວລາ20ໂມງມື້ດຽວກັນ ຕາມເວລາປັກກິ່ງ, ງານລາຕີສະຫຼອງບຸນກຸດຈີນທີ່ຈັດທຳໂດຍວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ພົບກັບຜູ້ຊົມທົ່ວໂລກຕາມກຳນົດເວລາ. ຕະຫຼອດໄລຍະ40ກວ່າປີຜ່ານມານີ້, “ງານລາຕີສະຫຼອງບຸນກຸດຈີນ”ໄດ້ບັນຈຸຄວາມຜູກພັນດ້ານຈິດໃຈອັນພິເສດຂອງຊາວຈີນທົ່ວໂລກ ຈົນໄດ້ກາຍເປັນ “ງານວັດທະນະທຳສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່”ທີ່ຂາດບໍ່ໄດ້ສຳລັບການສະຫຼອງປີໃໝ່ຂອງຄົນຈີນ. ໂດຍສະເພາະແມ່ນອົງການສະຫະປະຊາຊາດໄດ້ກຳນົດເອົາບຸນກຸດຈີນເປັນມື້ພັກອົງການສະຫະປະຊາຊາດ ຍິ່ງເຮັດໃຫ້ “ງານລາຕີສະຫຼອງບຸນກຸດຈີນ” ມີຄວາມໝາຍລັກສະນະທົ່ວໂລກຕື່ມອີກ. ໃນຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ນີ້, “ງານລາຕີສະຫຼອງບຸນກຸດຈີນ” ເປັນເພື່ອນຮ່ວມກັບຜູ້ຊົມທົ່ວໂລກພ້ອມກັນຕ້ອນຮັບບຸນກຸດຈີນປີມະໂລງ.



ນັບແຕ່ປີ1983ເປັນຕົ້ນມາ, ໂທລະພາບສູນກາງຈີນ ເຊິ່ງເປັນໂທລະພາບແຫ່ງຊາດຈີນເມື່ອຮອດຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທຸກໆປີກໍຕ້ອງຈັດງານລາຕີສະໂມສອນສິລະປະວັດທະນະທຳສັງລວມຄັ້ງໜຶ່ງ ທີ່ປະຊາຊົນຈີນເອີ້ນກັນວ່າ “ງານລາຕີສະຫຼອງບຸນກຸດຈີນ”. ໝົດຄອບຄົວນັ່ງອ້ອມກັນຊົມ“ງານລາຕີສະຫຼອງບຸນກຸດຈີນ” ໄດ້ຄ່ອຍໆກາຍເປັນປະເພນີສະຫຼອງປີໃໝ່ກຸດຈີນສຳລັບຄົນຈີນຄືກັນກັບຮີດຄອງປະເພນີອື່ນໆເຊັ່ນ ຫໍ່ກ້ຽວ, ຕິດຄະຕິຄູ່. ເນື້ອໃນລາຍການ, ຮູບແບບການສະແດງແລະການນຳໃຊ້ວິທະຍາສາດເຕັກໂນໂລຊີຂອງ “ງານລາຕີສະຫຼອງບຸນກຸດຈີນ” ໄດ້ເປັນຕົວແທນໃຫ້ກັບລາຍການບັນເທິງທາງໂທລະພາບຈີນທີ່ມີລະດັບສູງສຸດ.



ເວທີ “ງານລາຕີສະຫຼອງບຸນກຸດຈີນ2024”ໄດ້ປະຕິບັດຕາມຫຼັກການ “ງານລາຕີສະຫຼອງບຸນກຸດຈີນຂອງປະຊາຊົນ”, ເຮັດໃຫ້ຄົນທຳມະດາສາມັນທຸກສາຂາອາຊີບກາຍເປັນ “ຕົວສະແດງເອກ” ຂອງງານ. ຊ່າງເຮັດໝີ່, ຊ່າງເຕັກນິກບຳນານ, ຕຳຫຼວດ, ນັກກິລາ ເປັນຕົ້ນຕ່າງກໍໄດ້ນຳເອົາເລື່ອງລາວຂອງຕົນມາສະແດງໃນຮູບເງົາເລື່ອງສັ້ນເປີດສາກງານຄື ເລື່ອງ “ງານລາຕີສະຫຼອງບຸນກຸດຈີນຂອງພວກເຮົາ” ເຊິ່ງຜ່ານຈາກພາບຊີວິດປະຈຳວັນທີ່ມີຊີວິດຊີວາເພື່ອຝາກຄວາມຫວັງຕໍ່ປີໃໝ່ທີ່ມີຄວາມສຸກ. ຜູ້ຕາງໜ້າຈາກສາຂາອາຊີບຕ່າງໆ50ກວ່າທ່ານເຊັ່ນ: ຜູ້ໄດ້ຮັບຫຼຽນກາແຮງງານ “1ພຶດສະພາ”ແຫ່ງຊາດ, ຄະນະນັກບິນອະວະກາດຂອງຍານອະວະກາດ “ເສີນໂຈ່ວ17”, ຜູ້ເຮັດວຽກການຄົ້ນຄວ້າດ້ານວິທະຍາສາດ, ຜູ້ເຮັດວຽກອະນຸລັກວັດຖຸບູຮານເປັນຕົ້ນໄດ້ຮ່ວມກັນຮ້ອງເພງທີ່ມີຊື່ວ່າ “ພວກເຮົາເບິ່ງເລື່ອງກາຕູນແຕ່ນ້ອຍຈົນໃຫຍ່ຂຶ້ນແລ້ວ”, ທ່າມກາງສຽງເພງປະຈຳເລື່ອງກາຕູນທີ່ຄຸ້ນຫູ ໄດ້ສ່ອງແສງເຖິງຄວາມດີງາມທີ່ຄວາມໃຝ່ຝັນໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ປາກົດຜົນເປັນຈິງ. ລາຍການຕ່າງໆແມ່ນເຕັມໄປດ້ວຍບັນຍາກາດຍຸກໃໝ່ທີ່ມີຊີວິດຊີວາແລະຄຶກຄື້ນມ່ວນຊື່ນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄົນຈີນພະຍາຍາມສູ້ຊົນຢ່າງບໍ່ລົດລະເພື່ອສະແຫວງຫາຊີວິດທີ່ດີງາມ.



ການຊົມງານລາຕີສະຫຼອງບຸນກຸດຈີນຄັ້ງໜຶ່ງກໍປຽບເໝືອນການເດີນທາງຄັ້ງໜຶ່ງແຫ່ງການສຳຜັດມົນສະເໜ່ອະລິຍະທຳຈີນປະຫວັດ5.000ປີ.ລາຍການສະແດງນະວັດຕະກຳ “ຄວາມຮຸ່ງເຮືອງແຫ່ງການເວລາ” ໄດ້ຄັດເລືອກເອົາລວດລາຍບູຮານຈີນທີ່ສື່ຄວາມໝາຍພອນໄຊອັນສິລິມຸງຄຸນ ໂດຍສະແດງການເດີນແບບອາພອນບູຮານທ່າມກາງພາບສວຍງາມ. ລາຍການນີ້ເປັນການສະແດງຮ້ອງເພງປະສານກັບພາບຈຳລອງທີ່ສ້າງຂຶ້ນດ້ວຍເຕັກນິກທັນສະໄໝ ເຊິ່ງເຮັດໃຫ້ວັດທະນະທຳທີ່ມີປະຫວັດພັນປີເກີດມີຊີວິດຊີວາຄືນໃໝ່,ສ້າງຄວາມປະທັບໃຈໃຫ້ຜູ້ຊົມດ້ວຍເອກະລັກສີສັນຄວາມງາມຕາເວັນອອກ.



ພິເສດ, ຮູບ “ໜຽນຈິນຖູ” ທີ່ໃຊ້ໃນລາຍການແມ່ນອອກແບບສະເພາະເພື່ອງານລາຕີສະຫຼອງບຸນກຸດຈີນເປັນຄັ້ງທຳອິດໂດຍທ່ານນາງ ສາງຊານ້າ ຜູ້ຊ່ຽວຊານດ້ານການຄົ້ນຄວ້າ ແລະ ອອກແບບວິຈິດສິນ ແລະ ສິລະປະຕຸ່ນຫວງຈີນ ທີ່ມີອາຍຸ 93 ປີແລ້ວ.



ງານລາຕີສະຫຼອງບຸນກຸດຈີນປີນີ້ຍັງໄດ້ນຳໃຊ້ເຕັກນິກVPແບບຖ່າຍທຳຮູບເງົາຢ່າງມີຫົວຄິດປະດິດສ້າງ, ສ້າງໃຫ້ມີລະບົບເຕັກນິກXP+VPທີ່ສ້າງພາບຈຳລອງຄວາມຊັດເຈນສູງ ໂດຍນຳໃຊ້ວິທີການຖ່າຍທຳແບບໃໝ່ເພື່ອສ້າງເວທີແບບປະສົມປະສານພາບຈຳລອງກັບພາບຕົວຈິງທີ່ສວຍສົດງົດງານແລະມີຊີວິດຊີວາ.ການນໍາໃຊ້ສາກ, ໜ້າຈໍ ແລະ ລະບົບໄຟແສງສີແບບປະສົມປະສານກັນ, ໄດ້ເຮັດໃຫ້ຫ້ອງສະຕູດິໂອຂອງງານລາຕີສະຫຼອງບຸນກຸດຈີນກາຍເປັນເວທີທີ່ເຕັມໄປດ້ວຍຫຼາກຫຼາຍສີສັນ ແລະ ປະຈັກຕາຜູ້ຊົມ. ອຸປະກອນເວທີຮູບຊົງມັງກອນທີ່ມີຊີວິດຊີວາໄດ້ສ່ອງແສງໃຫ້ເຫັນເຖິງທ່າເຫາະບິນທີ່ສະຫງ່າຂອງມັງກອນ, ຈໍ LED ຮ້ອຍກວ່າຈໍປະສານສົມທົບກັບລະບົບຕິດຕາມ ແລະ ຄຸ້ມຄອງວິດີໂອທີ່ມີຄວາມລະອຽດສູງທີ່ຄົ້ນຄວ້າພັດທະນາໂດຍ CMG ສາມາດຄຸ້ມຄອງການອອກອາກາດແບບເອກະພາບກັນ, ເຮັດໃຫ້ການຖ່າຍທອດງານລາຕີສະຫຼອງບຸນກຸດຈີນສາມາດໄປຕາມການເຄື່ອນທີ່ຂອງອຸປະກອນເວທີໄດ້.



ງານລາຕີສະຫຼອງບຸນກຸດຈີນປີນີ້ເປັນງານຍິ່ງໃຫຍ່ທີ່ປະຊາຊົນຈີນທົ່ວທັງຊາດສັງສັນມ່ວນຊື່ນຢ່າງຄຶກຄື້ນຄັ້ງໜຶ່ງ. CMG ໄດ້ຈັດສະຖານທີ່ສໍາຮອງຈັດງານຢູ່ນະຄອນເສີນຢາງແຂວງຫຼຽວໜິງ, ນະຄອນສາງຊາແຂວງຫູໜານ, ນະຄອນຊີອ່ານແຂວງສ້ານຊີ່ ແລະ ເມືອງຄັສເຂດປົກຄອງຕົນເອງອຸຍເກີຊິນຈ່ຽງ ເຊິ່ງສະຖານທີ່ສໍາຮອງຈັດງານ 4 ບ່ອນນີ້ຈະຮ່ວມກັບສະຖານທີ່ຫຼັກຈັດງານຢູ່ນະຄອນຫຼວງປັກກິ່ງ ເພື່ອຮ່ວມກັນນໍາສະເໜີງານລາຕີສະຫຼອງບຸນກຸດຈີນປີມະໂລງທີ່ສ່ອງແສງໃຫ້ເຫັນເຖິງວັດທະນະທໍາ ແລະ ຮີດຄອງປະເພນີອັນອຸດົມສົມບູນຢູ່ບ່ອນຕ່າງໆຂອງຈີນ.



ງານລາຕີສະຫຼອງບຸນກຸດຈີນປີນີ້ຍັງເປັນງານສັງສັນມ່ວນຊື່ນຄັ້ງຍິ່ງໃຫຍ່ສຳລັບຊາວໂລກນຳອີກ. ສໍາລັບລາຍການເພງ “share” ເຊິ່ງເປັນລາຍການແລກປ່ຽນກັນລະຫວ່າງຜູ້ຊົມໃຊ້ອິນເຕີເນັດຂ້າມຊາດ, ຜູ້ຊົມໃຊ້ອິນເຕີເນັດໃນທົ່ວໂລກໄດ້ຮ່ວມກັນສະແດງລີລາການຟ້ອນໂດຍຜ່ານຈໍນ້ອຍຂອງໃຜຂອງລາວ ແລະ ສະແດງອອກຜ່ານຈໍໃຫຍ່ ເພື່ອສົ່ງສີສັນແຫ່ງບຸນກຸດຈີນທີ່ມ່ວນຊື່ນ ແລະ ສິລິມຸງຄຸນໃຫ້ໄປເຖິງທົ່ວໂລກ. ໃນຄໍ່າຄືນມື້ນີ້,  ໜ້າຈໍໂທລະພາບ3.000ກວ່າແຜ່ນໃນ90ຕົວເມືອງຂອງ49ປະເທດໃນທົ່ວໂລກໄດ້ຖ່າຍທອດສົດແລະລາຍງານງານລາຕີສະຫຼອງບຸນກຸດຈີນຂອງCMG ເຊິ່ງເຮັດໃຫ້ຜູ້ຊົມຈຳນວນອັນມະຫາສານໃນທົ່ວໂລກຮ່ວມກັນແບ່ງປັນຄວາມມ່ວນຊື່ນຄຶກຄື້ນແລະສິລິມຸງຄຸນແຫ່ງການສະຫຼອງບຸນກຸດຈີນໂດຍຮ່ວມກັນສຳຜັດກັບມົນສະເໜ່ທີ່ມີເອກະລັກພິເສດຂອງບຸນກຸດຈີນແລະວັດທະນະທຳຈີນທ່າມກາງບັນຍາກາດສຽງເພງແລະການຟ້ອນຢ່າງມ່ວນຊື່ນຄຶກຄື້ນເພື່ອພ້ອມກັນຕ້ອນຮັບປີໃໝ່ທີ່ໜ້າຄອງຄອຍນີ້.