ຫ້ອງການລັດຖະບານຈີນໄດ້ແຈກຢາຍ “ຄວາມເຫັນກ່ຽວກັບການເລັ່ງລັດສ້າງລະບົບການນຳໃຊ້ສິ່ງເສດເຫຼືອ” ແບບໝູນວຽນ

2024-02-10 14:31:50 cri

ເມື່ອບໍ່ດົນມານີ້, ຫ້ອງການລັດຖະບານຈີນໄດ້ແຈກຢາຍ “ຄວາມເຫັນກ່ຽວກັບການເລັ່ງລັດສ້າງລະບົບການນຳໃຊ້ສິ່ງເສດເຫຼືອ” ແບບໝູນວຽນ.

 

ຄວາມເຫັນສະບັບດັ່ງກ່າວໄດ້ສະເໝີວ່າ: ເມື່ອຮອດປີ 2025, ລະບົບການນຳໃຊ້ສິ່ງເສດເຫຼືອແບບໝູນວຽນທີ່ກວມເອົາທຸກຂົງເຂດ ແລະທຸກຂັ້ນຕອນຈະຖືກສ້າງສຳເລັດໃນເບື້ອງຕົ້ນ. ປະລິມານການນຳໃຊ້ສິ່ງເສດເຫຼືອທີ່ເປັນຂອງແຂງຕໍ່ປີຈະບັນລຸເຖິງ 4 ຕື້ໂຕນ, ອັດຕາການນຳໃຊ້ສິ່ງເສດເຫຼືອທີ່ເປັນຂອງແຂງແບບສັງລວມທີ່ເພີ່ມໃໝ່ຈະບັນລຸເຖິງ 60%. ຍອດມູນຄ່າການຜະລິດຕໍ່ປີຂອງຂະແໜງການນຳໃຊ້ຊັບພະຍາກອນແບບໝູນວຽນຈະບັນລຸ 5000 ຕື້ຢວນ. ເມື່ອຮອດປີ 2030, ຈະສ້າງລະບົບການນຳໃຊ້ສິ່ງເສດເຫຼືອແບບໝູນວຽນທີ່ກວມລວມຮອບດ້ານ, ມີປະສິດທິພາບສູງ ແລະເປັນລະບຽບຮຽບຮ້ອຍໃຫ້ສຳເລັດ, ລະດັບການນຳໃຊ້ສິ່ງເສດເຫຼືອແບບໝູນວຽນຂອງຈີນຈະຄອງຖານະນຳໜ້າໃນໂລກໂດຍລວມ.

 

ຄວາມເຫັນສະບັບດັ່ງກ່າວຍັງໄດ້ລະບຸນະໂຍບາຍ ແລະມາດຕະການ 5 ດ້ານຢ່າງຈະແຈ້ງ ຄື: ໜຶ່ງແມ່ນຊຸກຍູ້ການຄຸ້ມຄອງສິ່ງເສດເຫຼືອຢ່າງລະອຽດ ແລະການເກັບຄືນຢ່າງມີປະສິດທິຜົນ. ສອງແມ່ນຍົກສູງລະດັບການຫັນປ່ຽນສິ່ງເສດເຫຼືອເປັນຊັບພະຍາກອນ ແລະການນຳໃຊ້ຄືນໃໝ່. ສາມແມ່ນເພີ່ມທະວີການນຳໃຊ້ສິ່ງເສດເຫຼືອທີ່ສຳຄັນແບບໝູນວຽນ. ສີ່ແມ່ນບົ່ມສ້າງ ແລະຂະຫຍາຍຂະແໜງການນຳໃຊ້ຊັບພະຍາກອນແບບໝູນວຽນ. ຫ້າແມ່ນປັບປຸງນະໂຍບາຍສະໜັບສະໜູນ ແລະກົນໄກຮັບປະກັນການນຳໃຊ້ທີ່ດິນ, ກົນໄກປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ ແລະກົນໄກການເຜີຍແຜ່ ແລະນຳໃຊ້ວັດຖຸທີ່ໃຊ້ຄືນໃໝ່ໄດ້.