ປີ 2023 ຄົນຈີນທີ່ທ່ອງທ່ຽວພາຍໃນປະເທດມີເຖິງ 4,891 ຕື້ເທື່ອຄົນ

2024-02-10 14:31:05 cri

ວັນທີ 9 ກຸມພານີ້, ກະຊວງວັດທະນະທຳ ແລະການທ່ອງທ່ຽວຈີນໄດ້ເປີດເຜີຍສະພາບການທ່ອງທ່ຽວພາຍໃນປະເທດໃນປີ 2023.

 

ຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ: ໃນປີ 2023, ຄົນຈີນທີ່ທ່ອງທ່ຽວພາຍໃນປະເທດມີເຖິງ 4,891 ຕື້ເທື່ອຄົນ, ເພີ່ມຂຶ້ນ 93,3% ເມື່ອທຽບໃສ່ປີ 2022. ໃນນັ້ນ, ມີນັກທ່ອງທ່ຽວຈາກຕົວເມືອງເຖິງ 3,758 ຕື້ເທື່ອຄົນ, ເພີ່ມຂຶ້ນ 94,9% ເມື່ອທຽບໃສ່ປີ 2022; ມີນັກທ່ອງທ່ຽວຈາກຊົນນະບົດເຖິງ 1,133 ຕື້ເທື່ອຄົນ, ເພີ່ມຂຶ້ນ 88,5% ເມື່ອທຽບໃສ່ປີ 2022.

 

ນັກທ່ອງທ່ຽວທີ່ທ່ຽວພາຍໃນປະເທດຈີນໄດ້ສ້າງລາຍຮັບການທ່ອງທ່ຽວລວມເຖິງ 4910 ຕື້ຢວນ, ເພີ່ມຂຶ້ນ 2.870 ຕື້ຢວນເມື່ອທຽບໃສ່ປີ 2022, ເພີ່ມຂຶ້ນ 140,3% ເມື່ອທຽບໃສ່ປີ 2022. ໃນນັ້ນ, ນັກທ່ອງທ່ຽວຈາກຕົວເມືອງໄດ້ສ້າງລາຍຮັບການທ່ອງທ່ຽວເຖິງ 4180 ຕື້ຢວນ, ເພີ່ມຂຶ້ນ 147,5% ເມື່ອທຽບໃສ່ປີ 2022; ນັກທ່ອງທ່ຽວຈາກຊົນນະບົດໄດ້ສ້າງລາຍຮັບການທ່ອງທ່ຽວເຖິງ 740 ຕື້ຢວນ, ເພີ່ມຂຶ້ນ 106,4% ເມື່ອທຽບໃສ່ປີ 2022.