ຈີນຮຽກຮ້ອງໃຫ້ອິດສະຣາແອນຍຸດຕິການເຄື່ອນໄຫວທາງການທະຫານໂດຍໄວ ອອກແຮງສຸດຂີດເພື່ອຫຼີກເນັ້ນບໍ່ໃຫ້ປະຊາຊົນທຳມະດາທີ່ບໍ່ມີໂທດຫຍັງເສຍຊີວິດແລະບາດເຈັບ

2024-02-13 16:28:49 cri

     ວັນທີ 13 ກຸມພານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບອິດສະຣາແອນໂຈມຕີທາງອາກາດຢ່າງຂະໜາດໃຫຍ່ຕໍ່ເຂດຣາຟາທາງພາກໃຕ້ເຂດກາຊາ.

      ນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, ອິດສະຣາແອນໄດ້ໂຈມຕີທາງອາກາດຢ່າງຂະໜາດໃຫຍ່ຕໍ່ເຂດຣາຟາທາງພາກໃຕ້ເຂດກາຊາ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບຈຳນວນຫຼວງຫຼາຍ. ກອງທັບອິດສະຣາແອນຍັງກ່າວວ່າມີແຜນຈະໃຊ້ການເຄື່ອນໄຫວທາງການທະຫານທາງບົກຕໍ່ເຂດຣາຟາ. ຈີນມີຄຳເຫັນແນວໃດກ່ຽວກັບເລື່ອງນີ້?

      ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ຈີນເອົາໃຈໃສ່ຢ່າງສູງຕໍ່ສະພາບການພັດທະນາຂອງເຫດການດັ່ງກ່າວຢູ່ເຂດຣາຟາ,ຄັດຄ້ານແລະກ່າວປະນາມຕໍ່ການກະທຳທີ່ທຳຮ້າຍປະຊາຊົນທຳມະດາແລະລະເມີດກົດໝາຍສາກົນ,ແລະຮຽກຮ້ອງໃຫ້ອິດສະຣາແອນຍຸດຕິການເຄື່ອນໄຫວທາງການທະຫານໂດຍໄວ ອອກແຮງສຸດຂີດເພື່ອຫຼີກເນັ້ນບໍ່ໃຫ້ປະຊາຊົນທຳມະດາທີ່ບໍ່ມີໂທດຫຍັງເສຍຊີວິດແລະບາດເຈັບ,ປ້ອງກັນບໍ່ໃຫ້ເຂດຣາຟາເກີດໄພພິບັດດ້ານມະນຸດສະທຳທີ່ໜັກໜ່ວງກວ່ານີ້ອີກ.