ຕົວເລກດັດສະນີການພັດທະນາຂອງວິສາຫະກິດຂະໜາດກາງແລະນ້ອຍຂອງຈີນໃນເດືອນມັງກອນຜ່ານມາສູງກວ່າເດືອນມັງກອນປີ 2023

2024-02-14 16:25:19 cri

ວັນທີ 14 ກຸມພານີ້, ສະມາຄົມວິສາຫະກິດຂະໜາດກາງແລະນ້ອຍຂອງຈີນໄດ້ເປີດເຜີຍວ່າ, ຕົວເລກດັດສະນີການພັດທະນາຂອງວິສາຫະກິດຂະໜາດກາງແລະນ້ອຍຂອງຈີນໃນເດືອນມັງກອນຜ່ານມາແມ່ນ 89,2, ໄດ້ສູງຂຶ້ນ 0,2 ເມື່ອທຽບໃສ່ເດືອນທັນວາປີ 2023 ແລະ ສູງກວ່າເດືອນມັງກອນປີ 2023. ຕົວເລກດັດສະນີລາຍຍ່ອຍ ແລະ ຕົວເລກດັດສະນີຂອງຂະແໜງການຕ່າງໆກໍໄດ້ເພີ່ມຂຶ້ນເປັນສ່ວນຫຼາຍ.

ການສຳຫຼວດຂອງສະມາຄົມວິສາຫະກິດຂະໜາດກາງແລະນ້ອຍຂອງຈີນສະແດງໃຫ້ເຫັນວ່າ, ຍ້ອນວ່າຈີນໄດ້ປະຕິນັດນະໂຍບາຍສົ່ງເສີມຢ່າງໜັກແໜ້ນ, ຄວາມໝັ້ນໃຈດ້ານການພັດທະນາຂອງວິສາຫະກິດຂະໜາດກາງແລະນ້ອຍຂອງຈີນໃນເດືອນມັງກອນຜ່ານມາໄດ້ເພີ່ມຂຶ້ນໃນລະດັບໃດໜຶ່ງ; ຄວາມຄາດຫວັງຕໍ່ຕະຫຼາດຂອງວິສາຫະກິດໄດ້ເພີ່ມຂຶ້ນເປັນກ້າວໆ ເຊິ່ງໄດ້ພາໃຫ້ວິສາຫະກິດມີຄວາມປາຖະໜາດ້ານການລົງທຶນເພີ່ມຂຶ້ນ.