ໃນໄລຍະບຸນກຸດຈີນປີນີ້, ຈຳນວນຜູ້ໂດຍສານ ແລະ ລົດທີ່ຜ່ານຂົວໃຫຍ່ຮົງກົງ-ຈູ່ໄຫ-ມາກາວ ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດ

2024-02-14 16:17:28 CRI

ດ່ານກວດຄົນເຂົ້າອອກເມືອງທີ່ຂົວໃຫຍ່ຮົງກົງ-ຈູ່ໄຫ-ມາກາວໄດ້ເປີດເຜີຍຕົວເລກສະຖິຕິ ໂດຍສະແດງໃຫ້ເຫັນວ່າ: ພາຍຫຼັງຈຳນວນຜູູ້ໂດຍສານຜ່ານດ່ານທາງຫຼວງຈູ່ໄຫຂົວໃຫຍ່ຮົງກົງ-ຈູ່ໄຫ-ມາກາວຕໍ່ວັນ ໄດ້ບັນລຸ 130.000 ເທື່ອຄົນໃນວັນທີ 12 ກຸມພາ ເຊິ່ງເປັນສະຖິຕິສູງສຸດແລ້ວ, ວັນທີ 13 ກຸມພານີ້, ຈຳນວນຜູ້ໂດຍສານ ແລະ ລົດທີ່ຜ່ານດ່ານດັ່ງກ່າວໄດ້ເພີ່ມຂຶ້ນອີກ ໂດຍໄດ້ບັນລຸເຖິງ 144.000 ເທື່ອຄົນ ເຊິ່ງເປັນການສ້າງສະຖິຕິສູງສຸດໃນສອງມື້ລຽນຕິດ; ຈຳນວນລົດຜ່ານດ່ານດັ່ງກ່າວໃນວັນດັ່ງກ່າວໄດ້ລື່ນກາຍ 18.000 ເທື່ອຄັນເປັນຄັ້ງທຳອິດ ເຊິ່ງເປັນສະຖິຕິສູງສຸດຂອງລົດເຂົ້າອອກດ່ານຕ່າງໆໃນວັນດຽວໃນທົ່ວປະເທດຈີນ ແລະ ສອງຕົວເລກສະຖິຕິດັ່ງກ່າວກໍເປັນສະຖິຕິສູງສຸດໃນປະຫວັດສາດ ນັບແຕ່ຂົວໃຫຍ່ຮົງກົງ-ຈູ່ໄຫ-ມາກາວເລີ່ມເປີດບໍລິການເປັນຕົ້ນມາ. ເນື່ອງຈາກວ່າ, ຂົວໃຫຍ່ຮົງກົງ-ຈູ່ໄຫ-ມາກາວໄດ້ເຊື່ອມຕໍ່ຮົງກົງ, ຈູ່ໄຫ ແລະ ມາກາວເຂົ້າກັນ, ອີກດານໜຶ່ງ, ຮົງກົງ ແລະ ມາກາວມີຊັບພະຍາກອນດ້ານການທ່ອງທ່ຽວວັດທະນະທຳທີ່ອຸດົມສົມບູນ ຈຶ່ງໄດ້ຊຸກຍູ້ໃຫ້ການທ່ອງທ່ຽວຂ້າມຜ່ານດິນແດນມີຄວາມຄຶກຄັກທີ່ສຸດ, ການທ່ອງທ່ຽວລະຫວ່າງແຜ່ນດິນໃຫຍ່ຈີນ, ຮົງກົງ ແລະ ມາກາວມີຄວາມຄຶກຄັກຢ່າງຕໍ່ເນື່ອງໃນໄລຍະບຸນກຸດຈີນປີນີ້. ອີງຕາມຕົວເລກສະຖິຕິຂອງດ່ານກວດຄົນເຂົ້າອອກເມືອງຂົວໃຫຍ່ຮົງກົງ-ຈູ່ໄຫ-ມາກາວສະແດງໃຫ້ເຫັນວ່າ ແຕ່ວັນທີ 10-13 ກຸມພານີ້, ດ່ານດັ່ງກ່າວໄດ້ກວດຄົນເຂົ້າອອກເມືອງມີເຖິງ 455.000 ກວ່າເທື່ອຄົນ.