ຈີນຈະປັບປຸງບົດບາດຂອງເວທີບໍລິການສິນເຊື່ອດ້ານການຫ້າງຫາທຶນທົ່ວປະເທດ

2024-02-14 16:38:55 cri

ຫວ່າງມໍ່ໆມານີ້, ຄະນະກຳມະການການພັດທະນາ ແລະ ປະຕິຮູບແຫ່ງຊາດ ຈີນປະກາດວ່າ: ຈະປັບປຸງບົດບາດຂອງເວທີບໍລິການສິນເຊື່ອດ້ານການຫ້າງຫາ ທຶນ ຂອງທົ່ວປະເທດ, ເພີ່ມທະວີການແລກປ່ຽນ ແລະ ການນຳໃຊ້ຢ່າງເລິກເຊິ່ງ ຂອງຂໍ້ມູນຂ່າວສານສິນເຊື່ອ, ລົງເລິກການຮ່ວມມືກັບທະນາຄານ ແລະ ສະຖາບັນ ການເງິນອື່ນໆ, ຍົກສູງລະດັບການບໍລິການທາງດ້ານການເງິນໃຫ້ແກ່ວິສາຫະກິດ ເອກະຊົນຂະຫນາດກາງ, ຂະໜາດນ້ອຍ ແລະ ຂະໜາດຍ່ອມ.


ຕາມຂ່າວແຈ້ງວ່າ, ຄະນະກຳມະການການພັດທະນາ ແລະ ປະຕິຮູບແຫ່ງຊາດ ຈີນພ້ອມກັບອົງການຕິດຕາມຄຸ້ມຄອງການເງິນແຫ່ງລັດ ແລະ ພາກສ່ວນອື່ນໆ ໄດ້ຊຸກຍູ້ວຽກງານ "ການປ່ອຍເງິນກູ້ສິນເຊື່ອທີ່ມີສະດວກ" ໂດຍໄດ້ເຜີຍແຜ່ເວທີ ການບໍລິການສິນເຊື່ອດ້ານການຫ້າງຫາເງິນທຶນລະດັບຊາດ, ຊີ້ນຳທ້ອງຖິ່ນປະ ສານງານການກໍ່ສ້າງເວທີການບໍລິການສິນເຊື່ອດ້ານການຫ້າງຫາເງິນທຶນຂອງ ທ້ອງຖິ່ນ, ສົ່ງເສີມການເຊື່ອມຕໍ່ຢ່າງເລິກເຊິ່ງລະຫວ່າງເວທີແຫ່ງຊາດກັບເວທີ ທ້ອງຖິ່ນ ແລະ ສ້າງເປັນເຄືອຂ່າຍເວທີທີ່ເຊື່ອມໂຍງທົ່ວປະເທດ. ນັບມາຮອດ ທ້າຍປີ 2023, ສະຖາບັນການທະນາຄານໄດ້ປ່ອຍເງິນກູ້ທັງໝົດ 23.400 ຕື້ຢວນ ໂດຍຜ່ານເວທີການບໍລິການສິນເຊື່ອດ້ານການຫ້າງຫາເງິນທຶນທີ່ເຊື່ອມໂຍງທົ່ວປະເທດ, ໃນນັ້ນເງິນກູ້ສິນເຊື່ອມີ 5.300 ຕື້ຢວນ.