ວິສາຫະກິດຈີນ ແລະ ຕ່າງປະເທດ 90 ກວ່າແຫ່ງລົງນາມໃນບົດບັນທຶກຊ່ວຍຈຳການເຂົ້າຮ່ວມງານມະຫະກຳຊຸກຍູ້ຕ່ອງໂສ້ການສະໜອງສາກົນຈີນຄັ້ງທີ 2

2024-02-15 16:12:21 CRI

ແຫຼ່ງຂ່າວຈາກຄະນະກຳມະການການສົ່ງເສີມການຄ້າສາກົນຈີນໃຫ້ຮູ້ວ່າ ງານມະຫະກຳຊຸກຍູ້ຕ່ອງໂສ້ການສະໜອງສາກົນຈີນຄັ້ງທີ 2 ຈະຈັດຂຶ້ນລະຫວ່າງວັນທີ 26-30 ພະຈິກປີນີ້ ແລະ ເລີ່ມເປີດຮັບລົງທະບຽນຜ່ານເວັບໄຊທາງການ ແລະ ບັນຊີອອນລາຍຂອງງານມະຫະກຳດັ່ງກ່າວແລ້ວ. ປັດຈຸບັນມີວິສາຫະກິດຂອງຈີນ ແລະ ຕ່າງປະເທດ 90 ກວ່າແຫ່ງໄດ້ລົງນາມໃນບົດບັນທຶກຊ່ວຍຈຳການເຂົ້າຮ່ວມງານມະຫະກຳດັ່ງກ່າວ.


ເຈົ້າໜ້າທີ່ຄະນະກຳມະການການສົ່ງເສີມການຄ້າສາກົນຈີນໃຫ້ຮູ້ວ່າ: ຈະຍຶດໝັ້ນແນວຄວາມຄິດຂອງການຈັດງານມະຫະກຳທີ່ຫັນເປັນສາກົນ, ມືອາຊີບ, ມຸ່ງເນັ້ນຕະຫຼາດ ແລະ ຫັນເປັນສີຂຽວ, ຈະສືບຕໍ່ຈັດກິດຈະກຳໂຄສະນາປະເພດຕ່າງໆຢູ່ຈີນ ແລະ ຕ່າງປະເທດ ເພື່ອເຜີຍແຜ່ຊື່ສຽງ ແລະ ອິດທິພົນຂອງງານມະຫະກຳຊຸກຍູ້ຕ່ອງໂສ້ການສະໜອງສາກົນຈີນຄັ້ງທີ 2 ໃຫ້ກວ້າງອອກເລື້ອຍໆ.


ງານມະຫະກຳຊຸກຍູ້ຕ່ອງໂສ້ການສະໜອງສາກົນຈີນຄັ້ງທີ 2 ຈະສ້າງຕັ້ງເຂດວາງສະແດງ 5 ຕ່ອງໂສ້ໃຫຍ່ ຄືຕ່ອງໂສ້ພະລັງງານທີ່ສະອາດ, ຕ່ອງໂສ້ລົດຍົນອັດສະລິຍະ, ຕ່ອງໂສ້ເຕັກໂນໂລຊີວິທະຍາສາດດີຈີຕອນ, ຕ່ອງໂສ້ການດຳລົງຊີວິດຕາມຫຼັກສຸຂະພາບ ແລະ ຕ່ອງໂສ້ກະສິກຳສີຂຽວ ພ້ອມດ້ວຍເຂດວາງສະແດງການບໍລິການຕ່ອງໂສ້ການສະໜອງອີກ ແລະ ຈະຈັດເວທີເປິກສາຫາລືຫົວຂໍ້ສະເພາະ ແລະ ກິດຈະກຳສົມທົບຕ່າງໆ ເຊັ່ນ: ໂຄສະນາການລົງທຶນ, ການພົບປະຫາລືລະຫວ່າງຝ່າຍສະໜອງກັບຝ່າຍຕ້ອງການ, ພິທີນຳສະເໜີຜະລິດຕະພັນໃໝ່ ແລະອື່ນໆ.