ນັກທ່ອງທ່ຽວທີ່ໄປທ່ຽວຮົງກົງໃນໄລຍະບຸນກຸດຈີນມີປະມານ 750.000 ເທື່ອຄົນ

2024-02-15 14:49:23 cri

ວັນທີ 14 ກຸມພານີ້, ໂຄສົກອົງການປົກຄອງເຂດບໍລິຫານພິເສດຮົງກົງກ່າວວ່າ: ຕາມການຄາດຄະເນເບື້ອງຕົ້ນ, ຈໍານວນນັກທ່ອງທ່ຽວທີ່ໄປທ່ຽວຮົງກົງໃນໄລຍະບຸນກຸດຈີນມີປະມານ 750.000 ເທື່ອຄົນ, ໄດ້ບັນລຸລະດັບໃນໄລຍະດຽວກັນຂອງປີ 2018; ໃນນັ້ນ, ນັກທ່ອງທ່ຽວທີ່ມາຈາກແຜ່ນດິນໃຫຍ່ຈີນມີ 650.000 ເທື່ອຄົນ, ຫຼາຍກວ່າໃນໄລຍະດຽວກັນຂອງປີ 2018.