ງານວັດ ແລະ ງານມະໂຫລະສົບໃນສວນສາທາລະນະຂອງປັກກິ່ງເປັນທີ່ນິຍົມຫຼາຍ, ປີ້ເຂົ້າຊົມແຫຼ່ງທ່ອງທ່ຽວຫຼາຍແຫ່ງໄດ້ຂາຍໝົດແລ້ວ

2024-02-15 14:54:47 cri


ປີນີ້, ງານວັດ ແລະ ງານມະໂຫລະສົບໃນສວນສາທາລະນະຫຼາຍແຫ່ງຢູ່ປັກກິ່ງໄດ້ຮັບຄວາມນິຍົມຫຼາຍ. ໃນ 4 ມື້ທຳອິດຂອງໄລຍະພັກບຸນກຸດຈີນ, ບັນຍາກາດວັນບຸນທີ່ຟົດຟື້ນ ແລະ ກິດຈະກຳທີ່ມີຫຼາກຫຼາຍສີສັນໃນງານວັດ ແລະ ງານມະໂຫລະສົບເຫຼົ່ານັ້ນ ໄດ້ຮັບຄວາມນິຍົມຈາກປະຊາຊົນ, ສາມາດດຶງດູດນັກທ່ອງທ່ຽວໄດ້ທັງໝົດ 2,628 ລ້ານເທື່ອຄົນ.


ການສະແດງວັດທະນະທຳ ແລະ ຕະຫຼາດບໍລິໂພກກໍ່ໄດ້ຮັບຄວາມນິຍົມຫຼາຍເຊັ່ນກັນ. ໃນ 3 ມື້ທຳອິດຂອງໄລຍະພັກບຸນກຸດຈີນ, ສູນການຄ້າສຳຄັນ 60 ແຫ່ງຂອງນະຄອນຫຼວງປັກກິ່ງໄດ້ດຶງດູດຜູ້ບໍລິໂພກຫຼາຍກວ່າ 10 ລ້ານເທື່ອຄົນ, ໃນນັ້ນຮ້ານສັບພະສິນຄ້າ, ຊູເປີມາແກັດ, ຮ້ານອາຫານ, ວິສາຫະກິດທີ່ດຳເນີນທຸລະກິດຜ່ານລະບົບເອເລັກໂຕຣນິກ ທີ່ຮັບການຕິດຕາມໂດຍສະເພາະຈາກພະແນກທຸລະກິດການຄ້ານະຄອນຫຼວງປັກກິ່ງ ໄດ້ບັນລຸມູນຄ່າການຈຳໜ່າຍ 2,28 ຕື້ຢວນ, ເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.


ເນື່ອງຈາກມີນັກທ່ອງທ່ຽວຈຳນວນຫຼວງຫຼາຍ, ປີ້ເຂົ້າຊົມແຫຼ່ງທ່ອງທ່ຽວຫຼາຍແຫ່ງຂອງນະຄອນຫຼວງປັກກິ່ງໄດ້ຂາຍໝົດແລ້ວ. ນັບມາຮອດເວລາ 11 ໂມງຂອງວັນທີ 14 ກຸມພານີ້, ຢູ່ໃນແອັບ "ພິພິທະພັນພະລາຊະວັງບູຮານ" ແລະ ລະບົບບໍລິການການນັດເຂົ້າຊົມຂອງຫໍພິພິທະພັນແຫ່ງຊາດຈີນໄດ້ສະແດງໃຫ້ເຫັນວ່າ, ປີ້ເຂົ້າຊົມພິພິທະພັນພະລາຊະວັງບູຮານ ແລະ ຫໍພິພິທະພັນແຫ່ງຊາດຈີນ ກ່ອນວັນທີ 20 ກຸມພານີ້ ໄດ້ຈອງໄວ້ເຕັມແລ້ວ.